ຈີນ​ຈະ​ຕັດ​ໄລຍະ​ເວລາ​ການ​ຂຶ້ນທະບຽນ​ເຄື່ອງໝາຍ​ສິນຄ້າ​ໃຫ້​ກະທັດ​ຮັດ​ສັ້ນ​ເຂົ້າ
  2018-04-26 15:50:38  cri
ອົງການ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ ​ໄດ້​​​ເປີດເຜີຍ "​ແຜນການພະຍາຍາມ​ປະຕິ​ຮູບ 3 ປີ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຂຶ້ນທະບຽນ​ເຄື່ອງໝາຍ​ສິນຄ້າ" ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 26 ​ເມສາ​ນີ້ ​ໂດຍ​ລະບຸ​ວ່າ: ຈະ​ຕັດ​ໄລຍະ​ເວລາ​ການ​ຂຶ້ນທະບຽນ​ເຄື່ອງໝາຍ​ສິນຄ້າ​ໃຫ້​ກະທັດ​ຮັດ​ສັ້ນ​ເຂົ້າຢ່າງຫຼວງຫຼາຍ​ພາຍ​ໃນ​ເວລາ 3 ປີ​ຕໍ່ໜ້າ.
ປັດຈຸບັນ, ​ໄລຍະ​ເວລາ​ກວດກາ​ການ​ຂຶ້ນທະບຽນ​ເຄື່ອງໝາຍ​ສິນຄ້າ​ຂອງ​ຈີນ​ແມ່ນ 8 ​ເດືອນ ​ແລະ​ອີງ​ຕາມ​ແຜນການ​ທີ່​ເປີດ​ເຜີຍ​ເທື່ອ​ນີ້ ຈີນ​ຈະ​ຕັດ​ໃຫ້​​ເຫຼືອ 6 ​ເດືອນ​ກ່ອນ​ຈະຮອດ​ທ້າຍ​ປີ​ນີ້ ​ແລະ​ໃຫ້ເຫຼືອພຽງ​ແຕ່ 4 ​ເດືອນ​ເມື່ອ​ຮອດ​ປີ 2020.