ຈີນ​ກ່າວ​ວ່າ: ສະ​ຫະ​ພາບ​ເອີ​ຣົບ​ວິ​ຈານ​ຕໍ່​ວຽກ​ງານ​ເຂດ​ພິ​ເສດ​ຮົງ​ກົງ​ແລະ​ມາ​ກາວ​ຕາມ​ລຳ​ພັງ​ໃຈ ພຽງ​ແຕ່​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ຂີນ​ໃຈ
  2018-04-26 10:19:39  cri
ຕາມ​ຂ່າວCRI: ໂດຍ​ແນ​ໃສ່​ບົດ​ລາຍ​ງານ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ກ່ຽວ​ພັນ​ເຖິງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແລະ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ, ວັນ​ທີ 25 ເມ​ສາ​ນີ້, ທ່ານ​ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງວ່າ, ບົດ​ລາຍ​ງານ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ພຽງ​ແຕ່​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​​ຈີນຂີນ​ໃຈ.

ວັນ​ທີ 24 ເມ​ສາ​ນີ້, ສະ​ຫະ​ພາບ​ເອີ​ຣົບ​ໄດ້​ເຜີຍ​ແຜ່​ "ບົດ​ລາຍ​ງານ​ວ່າ​ດ້ວຍ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງປະ​ຈຳ​ປີ 2017" ແລະ "ບົດ​ລາຍ​ງານ​ວ່າ​ດ້ວຍເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ປະ​ຈຳ​ປີ 2017" ​ໂດຍ​ໄດ້ວິ​ຈານ​ຕໍ່​ວຽກ​ງານ​ຂອງ​ສອງ​ເຂດ​ພິ​ເສດ​ດັ່ງ​ກ່າວ. ທ່ານ ລູ້​ຄ່າງ ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໂດຍ​ກ່າວ​ວ່າ: "ບົດ​ລາຍ​ງານ​ສອງ​ສະ​ບັບ​ດັ່ງ​ກ່າວ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ບໍ່​ເອົາ​ຫົວ​ຊາ​ນຳ​ຄວາມ​ຈິງ, ວິ​ຈານ​ຕໍ່​ວຽກ​ງານ​ພາຍ​ໃນ​ປະ​ເທດ​ຈີນ​ຕາມ​ລຳ​ພັງ​ໃຈ,ມີ​ເຈດ​ຕະ​ນາ​ແຊກ​ເຂົ້າ​ໃນ​ວຽກ​ງານ​ເຂດ​ບໍ​ລິ​ຫານ​ພິ​ເສດ​ແລະ​ວຽກ​ງານ​ພາຍ​ໃນຂອງ​ຈີນ ແມ່ນ​ການ​ກະ​ທຳ​ທີ່​ບໍ່​ມີ​ຜົນ​ປະ​ໂຫຍດ​ແຕ່​ຢ່າງ​ໃດ,ພຽງ​ແຕ່​ຈະເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ຂີນ​ໃຈ."