ສ ​ເກົາຫຼີ ​ແລະ​ສປປ ​ເກົາຫຼີ​​ເຈລະຈາ​ບັນຫາ​ສຳຄັນ​ຂອງ​ການ​ພົບ​ປະລະຫວ່າງ​ປະມຸກ​ລັດ
  2018-04-26 16:26:58  cri
ວັນ​ທີ 25 ​ເມສາ​ນີ້, ທ່ານບັກ​ໄຕ​ຮຸນ ​ໂຄສົກ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ ​ເກົາຫຼີ​ກ່າວຕໍ່​ບັນຫາ​ການ​ພົບ​ປະ​ລະຫວ່າງ​ປະມຸກ​ລັດ ສ ​ເກົາຫຼີ ​ແລະ​ສປປ ​ເກົາຫຼີ​ທີ່​ຈະ​ຈັດ​ຂຶ້ຶ້ນ​ໃນ​ໄວໆ​ນີ້​ວ່າ: ສອງ​ຝ່າຍ​ກຳລັງ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ສຳຄັນ ຄື: ​ການ​ປອດ​ນິວ​ເຄຼຍຂອງແຫຼມ​​ເກົາຫຼີ, ການສ້າງ​ກົນ​ໄກ​ສັນ​ຕິ​ພາບ​ແບບ​ຍືນ​ຍົງຂອງ​ແຫຼມ​ເກົາຫຼີ, ການພັດທະນາ​ສາຍ​ພົວພັນ​ ແລະ​ອື່ນໆ.

ທ່ານ​ກ່າວ​ຕື່ມ​ວ່າ: ​ເນື້ອ​ໃນ​ລະອຽດ​ຂອງ​ການ​ເຈລະຈາ​ໃນ​ຄັ້ງ​ນີ້​ຈະ​ບໍ່ເປີດ​ເຜີຍ​​ໃນ​ປັດຈຸບັນ. ​ເມື່ອ​ເບິ່ງ​ຈາກສະພາບ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​​ສອງຄັ້ງໃນ​​ເມື່ອ​ກ່ອນ​ແລ້ວ​​ເຫັນ​ວ່າ, ​ເຖິງ​ແມ່ນ​ວ່າ​ສອງຝ່າຍ​ຈະ​​ເຮັດ​ວຽກ​ງານ​ກະກຽມ​ຫຼາຍ​ຢ່າງຢ່າງ​ລ່ວງ​ໜ້າ​ກໍ​ຕາມ, ​ແຕ່​ເນື້ອ​ໃ​ນປຶກສາ​ຫາລື​ທີ່​ຜູ້ນຳ​ສອງ​ປະ​ເທດ​ປະສານ​ງານ​ກັນ​ເອງ​ນັ້ນຈະ​ເປັນ​ສ່ວນ​ໃຫຍ່​ໃນ​ການ​ເຈລະຈາ.