China Unicom ປະ​ກາດ​ຈຸດ​ສຸມ​ລອງ​ໃຊ້​ອິນ​ເຕີ​ເນັດລະ​ບົບ 5G ຢູ່ 16 ຕົວ​ເມືອງ
  2018-04-27 10:34:53  cri
ຂ່​າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ: ຢູ່​ໃນ​ກອງ​ປະ​ຊຸມ​ຄູ່​ຮ່ວມ​ມື China Unicom ​ແລະ​ງານ​ຊື້​ຂາຍ​ເທີ​ມີ​ໂນ​​ຂໍ້​ມູນ​ຂ່າວ​ສາ​ນການ​ສື່​ສານ(communication terminal)​ທີ່​ຈັດ​ຂຶ້ນ​ຢູ່​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 26 ເມ​ສາ​ນີ້, ບໍ​ລິ​ສັດ China Unicom ປະ​ກາດ​ຈະ​ກຳ​ນົດ​ເອົາ 16 ຕົວ​ເມືອງ​ເປັນ​ຈຸດ​ສຸມ​ລອງ​ໃຊ້​ອິນ​ເຕີ​ເນັດ​ລະ​ບົບ 5G.

ໂອ​ກາດ​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມຄັ້ງ​ນີ້, ທ່ານ​​ໝ້າ​ຮົງ​ປິ່ງ ຜູ້​ອຳ​ນວຍ​ການ​ໃຫຍ່​ພະ​ແນກ​ຮັກ​ສາ​ທຸ​ລະ​ກິດ​ບໍ​ລິ​ສັດ China Unicom​ໄດ້​ປະ​ກາດ​ຂ່າວ​​ນີ້​ວ່າ: ບໍ​ລິ​ສັດ​ China Unicom ຈະ​ກຳ​ນົດ​ເອົາ 16 ຕົວ​ເມືອງ​ເປັນ​ຈຸດ​ສຸມ​ລອງ​ໃຊ້​ອິນ​ເຕີ​ເນັດ​ລະ​ບົບ 5G ແລະ​ຈະ​ຍົກ​ລະ​ບົບ​ອິນ​ເຕີ​ເນັດ 2G,3G ແລະ​ລະ​ບົບ​ອິນ​ເຕີ​ເນັດ​ທີ່ຫຼ້າຫຼັງ​​ຊັກ​ຊ້າ​ຂອງ​ລູກ​ຄ້າ​ໃນ​ປັດ​ຈຸ​ບັນ​ຂຶ້ນ​ເປັນ​ລະ​ບົບ 4G ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ຂອງ​ອິນ​ເຕີ​ເນັດ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫຼວງຫຼາຍ. ໃນ​ຕໍ່​ໜ້າ, ບໍ​ລິ​ສັດ​ຕົ​ນ​ຍັງ​ຈະບັນ​ລຸ​ການ​ເຮັດ​ໃຫ້ cloud computing ເຊື່ອມ​ໂຍງ​ເຂົ້າ​ກັບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ນັບ​ເປັນ​ລ້ານ​ເຂົ້​າ​ເຖິງ​ການ​ບໍ​ລິ​ການ cloud computing.