ຈີນ​ກຽມ​ຄວາມ​ພ້ອມ​ແລ້ວ​ເພື່ອຕອບ​ໂຕ້​ອາ​ເມ​ລິ​ກາ​ໃນ​ການ​ຈຳກັດ​ການ​ລົງທຶນ​ຂອງ​ຈີນ
  2018-04-27 10:38:57  cri

​ເຈົ້າໜ້າ​ທີ່​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ວ່າ: ລັດຖະບານ​ອາ​ເມ​ລິ​ກາ​ພວມ​ປະ​ເມີນຄວາມ​ອາດ​ສາມາດ​ການ​ນຳ​ໃຊ້ "ຍັດຕິ​ກົດໝາຍອຳນາດ​ສຸກ​ເສີນ" ທີ່​ແນ​ໃສ່​ຕໍ່​ການ​ລົງທຶນ​ຈາກຈີນ ​ເພື່ອ​ໃຊ້​ມາດ​ຕະການ​ໃໝ່​​ໃນ​ການຈຳກັດ​ຈີນ​ລົງທຶນ​ຢູ່​ອາ​ເມ​ລິ​ກາ ເພື່ອສະກັດ​ກັ້ນບໍ່​ໃຫ້​ຈີນ​ຈັດ​ຊື້​ເຕັກນິກ​ອ່ອນ​ໄຫວ.

ຕໍ່​ເລື່ອງ​ນີ້, ທ່ານ​ກ່າວ​ເຟິ່ງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ ​ໄດ້​ເນັ້ນ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​​ໃນ​ວັນ​ທີ 26 ​ເມສາ​ນີ້​ວ່າ: ຈີນ​ເດັດດ່ຽວ​ຄັດຄ້ານ​ການ​ກະທຳ​ໃນ​ຮູບ​ແບບ​ໃດໆ ທີ່​ເປັນ​ລັດທິ​ແຕ່​ຝ່າຍ​ດຽວ ​ແລະ​ລັດທິ​ປົກ​ປ້ອງ​ການ​ຄ້າ ຈີນ​ໄດ້​ກຽມ​ຄວາມ​ພ້ອມ​ຕາມ​ແນວ​ຄິດ​ຂີດ​​ເສັ້ນຕ່ຳ​ສຸດເພື່ອ​ຕອບ​ໂຕ້​ເຫດການ​ຕ່າງໆ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

ທ່ານ​ກ່າວ​ເຟິ່ງ ກ່າວ​ຕື່ມ​ວ່າ: ວິ​ສາ​ຫະກິດ​ຈີນ​ລົງທຶນ​ຢູ່​ອາ​ເມ​ລິ​ກາ ​ໄດ້​ປະກອບສ່ວນ​ທີ່​ສຳຄັນ​ເພື່ອ​ສ້າງ​ຕຳ​ແໜ່​ງວຽກ​ເຮັດ​ງານ​ທຳ​ເພີ່ມ​ຕື່ມ​ຢູ່​ອາ​ເມ​ລິ​ກາ ​ແລະຊຸຍ​ຍູ້​ເສດຖະກິດ​ອາ​ເມ​ລິ​ກາ​ໃຫ້​ພັດທະນາ ຫວັງ​ວ່າ​ອາ​ເມ​ລິ​ກາ​ກະທຳ​ແຕ່ສິ່ງ​ທີ່​ສອດຄ່ອງ​ກັບ​ກົດ​ເກນ​ການພັດທະນາ​ເສດຖະກິດ, ​ໄປ​ຕາມ​ກະ​ແສ​ການ​ພັດທະນາ​ເສດຖະກິດ​ຂອງ​ໂລກ ແລະມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ຕົນ​ ກໍ​ຄື​ຂອງ​ໂລກຢ່າງ​ໝັ້ນທ່ຽງ​ແລະ​ຖາວອນ​ແທ້​ຈິງ.