ອີ​ຢູຈະ​ພະຍາຍາມ​ເພື່ອຫຼີກລ່ຽງສົງຄາມ​ການ​ຄ້າ
  2018-04-27 15:35:01  cri

ທ່ານນາງ​ເຊ​ຊີ​​ເລຍ ມານ​ສະຕຣອມ ກຳມະການຄະນະກຳມະການ​ການ​ຄ້າ​ອີ​ຢູ ກ່າວ​ຢູ່​ນະຄອນຫຼວງ​ເຮ​ນ​ຊິນ​ກີ ປະ​ເທດ​ແຟງ​ລັງ ​ໃນ​ວັນ​ທີ 26 ​ເມສາ​ນີ້​ວ່າ: ຖ້າ​ເກີດ​ສົງຄາມ​ການ​ຄ້າ, ບໍ່​ວ່າ​ໃຜ​ກໍ​ຕາມ ກໍ​ຈະ​ປະສົບ​ຄວາມ​ເສຍ​ຫາຍ​ໝົດ ສະນັ້ນ, ອີ​ຢູກໍ​ຈະ​ພະຍາຍາມ​ເພື່ອຫຼີກລ່ຽງບໍ່​ໃຫ້​ເກີດ​ສົງຄາມ​ການ​ຄ້າ.

ຂະນະ​ທີ່​ກ່າວ​ເຖິງ​ຄວາມ​ຂັດ​ແຍ້​ງກັນ​ດ້ານ​ກາ​ນຄ້າ​ລະຫວ່າງ​ຈີນ​ແລະ​ອາ​ເມ​ລິ​ກາ, ທ່ານ ນາງ​ເຊ​ຊີ​​ເລຍ ມານ​ສະຕຣອມ ກ່າວ​ວ່າ: ຕາບ​ໃດ​ຄວາມ​ຂັດ​ແຍ້​ງການ​ຄ້າ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ຮ້າຍ​ແຮງ​ຂຶ້ນຕື່ມ ​ແລະ​ພາ​ໃຫ້​ເກີດ​ສະພາບ​ອັນຕະລາຍ​, ປະ​ເທດ​ຕ່າງໆ​ທີ່​ໄດ້​ເຊື່ອມ​ໂຍງ​ກັບ​ຕ່ອງ​ໂສ້ມູນ​ຄ່າ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງແລ້ວນັ້ນ ກໍ​ຈະ​ປະສົບຄວາມ​ເສຍ​ຫາຍ. ຂະນະ​ທີ່​ອີ​ຢູຈະ​ເຈລະຈາ​ກັບ​ອາ​ເມ​ລິ​ກາ​ພຽງ​ແຕ່ໃນ​ຂອບອົງການ​ການ​ຄ້າ​ໂລກ​ເທົ່າ​ນັ້ນ.

ທ່ານນາງ​ເຊ​ຊີ​​ເລຍ ມານ​ສະຕຣອມ ກ່າວ​ຕື່ມ​ວ່າ: ປັດຈຸບັນ, ຫຼາຍປະ​ເທດທີ່​ເຊື່ອ​ໝັ້ນຕໍ່​ການ​ຄ້າ​ເສລີ ​ໄດ້​ແຍກ​ທາງ​ກັບ​ອາ​ເມ​ລິ​ກາ​ແລ້ວ ​ແລະບາງ​ກຸ່ມ​ເສດຖະກິດກໍ​ໄດ້​ເລີ່​ມລົງມື​ຊຸກຍູ້​ການ​ເຈລະຈາ​ການ​ຄ້າ​ເສລີ​ທີ່​ບໍ່​ມີ​ອາ​ເມ​ລິ​ກາ​ເຂົ້າຮ່ວມ.