ຕົບມື​ໃຫ້​ແກ່​ຜູ້ນຳ ສປປ ​ເກົາຫຼີ ​ແລະ ສ.​ເກົາຫຼີທີ່​ໄດ້​ຢວ່າງ​ບາດກ້າວ​ຄັ້ງປະຫວັດສາດທ່ານ​
  2018-04-27 16:50:38  cri

ກິມ​ເຈິ​ງອຸນ ຜູ້ນຳ​ສູງ​ສຸດ ສປປ ​ເກົາຫຼີ ​ແລະ ທ່ານ​ມູນ​ເຈ​ອິນ ປະທານາທິບໍດີ ສ.​ເກົາຫຼີ ​ໄດ້​ພົບ​ປະກັນ​ຢູ່​ປານ​ມູນ​ຈ​ອມ​ໃນ​ວັນ​ທີ 27 ​ເມສາ​ນີ້. ຈາກ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ ​ໂດຍ​ກ່າວ​ວ່າ: ຈີນ​ຂໍ​ຕົບມື​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຜູ້ນຳ ສປປ ​ເກົາຫຼີ ​ແລະ ສ.​ເກົາຫຼີ ທີ່​ໄດ້​ຢວ່າງ​ບາດກ້າວ​ຄັ້ງປະຫວັດສາດ​​ເທື່ອນີ້.

ທ່ານ​ນາງ​ຮວ້າຊຸ່ນຢິງ ກ່າວ​ວ່າ: ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ຈາກ​ໂທລະພາບ​ແລ້ວ​ວ່າ ຕອນ​ເຊົ້າມື້​ນີ້, ຜູ້ນຳ ສປປ ​ເກົາຫຼີ ​ແລະ ສ.​ເກົາຫຼີ ​ໄດ້​ຂ້າມ​ຜ່ານ​ເສັ້ນຂີດ​ແບ່ງຊາຍ​ແດນ​ການ​ທະຫານ​ປານ​ມູນ​ຈອມ​ແລະ​ຈັບ​ມື​ກັນ ​ເຊິ່ງ​​ເປັນ​ເຫດການ​ຄັ້ງປະຫວັດສາດ. ພວກ​ຂ້າພະ​ເຈົ້າຂໍ​ຕົບມື​ໃຫ້​ແກ່ຜູ້ນຳ ສປປ ​ເກົາຫຼີ ​ແລະ ສ.​ເກົາຫຼີ ທີ່​ໄດ້​ຢວ່າງ​ບາດກ້າວ​ຄັ້ງປະຫວັດສາດ​​ເທື່ອນີ້ ​ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ພວກ​ທ່ານ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ ແລະ​ຄວາມ​ກ້າຫານ ທາງ​ການ​ເມືອງ​ ພ້ອມ​ທັງ​ອວຍພອນຢ່​າງຈິງ​ໃຈ​ວ່າ ການ​ພົບ​ປະ​ສອງ​ຝ່າຍ​ເທື່ອ​ນີ້​ຈະ​ໄດ້​ຮັບ​ຜົນ​ທີ່​ດີ. ຈີນ​ຫວັງ​​ໃຫ້ຖືການ​ພົບ​ປະ​ຢູ່​ປານ​ມູນ​ຈອມ​ເທື່ອ​ນີ້​ເປັນ​ໂອກາດ ​ເພື່ອ​ເປີດ​ຂະ​ບວນການ​ໃໝ່​ແຫ່ງ​ການປົກຄອງ​ແຫຼມ​ເກົາຫຼີ​ໃຫ້​ສຸກ​ຊຸ່ມ​ກຸ່ມ​ເຢັນ​ຍາວ​ນານ.