ປ​ະມຸກ​ລັດ​ສອງ​ເກົາຫຼີລົງ​ນາມ​ໃນ "ຖະ​ແຫຼງການ​ປານ​ມູນ​ຈອມ" ຮັບຮອງ​ເປົ້າ​ໝາຍ​ປອດ​ນິວ​ເຄລຍ
  2018-04-28 09:50:52  cri

ທ່ານ​ມູນ​ເຈ​ອິນ ປະທານາທິບໍດີ ສ.​ເກົາຫຼີ ​ແລະ ທ່ານ​ກິມ​ເຈິ​ງອຸນ ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ ສປປ ​ເກົາຫຼີ​ໄດ້​ພົບ​ປະກັນ​ຢູ່​ປານ​ມູນ​ຈອມ​ໃນ​ວັນ​ທີ 27 ​ເມສາ​ນີ້ ​ທັງ​ລົງ​ນາມ​ໃນ "ຖະ​ແຫຼງການ​ປານ​ມູນ​ຈອມ" ​ໂດຍ​ປະກາດ​ວ່າ: ສອງ​ຝ່າຍ​ຈະ​ພະຍາຍາມ​ເພື່ອ​ບັນລຸ​ການ​ປອດ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີ ​ແລະ ການ​ຫັນປ່ຽນ​ກົນ​ໄກ​ຢຸດຕິ​ສົງຄາມ​ໃຫ້​ເປັນ​ກົນ​ໄກ​ສັນຕິພາບ.

ຖະ​ແຫຼງການ​ໄດ້​ກຳນົດ​ເປົ້າໝາຍ​ຮ່ວມ​ຂອງ​ການ​ປອດ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີ ນອກ​ນີ້, ສອງ​ຝ່າຍ​ຍັງ​ປະກາດ​ວ່າ: ຈະຕັ້ງໜ້າ​ຊຸກຍູ້​ການ​ເຈລະຈາ 3 ຝ່າຍ ສ.​ເກົາຫຼີ, ສປປ ​ເກົາຫຼີ ​ແລະ ອາ​ເມ​ລິກາ ຫຼື ການ​ເຈລະຈາ 4 ຝ່າຍ​ ສ.​ເກົາຫຼີ, ສປປ ​ເກົາຫຼີ, ອາ​ເມ​ລິ​ກາ ​ແລະ ຈີນ ​ເພື່ອ​ຫັນປ່ຽນສັນຍາຢຸດຕິ​ສົງຄາມ​ເກົາຫຼີ​ໃຫ້​ເປັນສັນຍາສັນຕິພາບ ​ແລະ ສ້າງ​ກົນ​ໄກ​ສັນຕິພາບ​ຖາວອນ​ໜັກ​ແໜ້ນ​ພາຍ​ໃນ​ປີ​ນີ້.

ຖະ​ແຫຼງການ​ໄດ້​ສັນຍາ​ໄວ້​ວ່າ: ສ.​ເກົາຫຼີ ​ແລະ ສປປ ​ເກົາຫຼີ ຈະ​ຢຸດຕິ "ການ​ເຄື່ອນ​ໄຫວ​ເປັນ​ປໍ​ລະ​ປັກ​ກັນ" ຢ່າງຮອບດ້ານ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື, ສ້າງຕັ້ງສຳນັກງານພົວພັນ​ຮ່ວມ​ເໜືອ​ໃຕ້ຢູ່​ແກ​ຊົງ ທັງ​ຈັດ​ກິດຈະກຳ​ຕ່າງໆ ​ເຊັ່ນ ​ໃຫ້​ຍາດ​ພີ່ນ້ອງ​ຂອງ​ຄອບຄົວ​ທີ່​​ໄດ້ພັດ​ພາກ​ຈາກ​ກັນ​ມາ​ແຕ່​ດົນ​ນານ​ນັ້ນ​ໄດ້​ພົບ​ພໍ້ກັນ. ນອກ​ນີ້, ສອງ​ຝ່າຍ​ໄດ້​ຫາລື​ແລະຕົກລົງ​ກັນ​ວ່າ ທ່ານ​ມູນ​ເຈ​ອິນ ຈະ​ເດີນທາງ​ຢ້ຽມຢາມ ​ສປປ ​ເກົາຫຼີ ​ໃນ​ລະດູ​ໃບ​ໄມ້ຫຼົ່ນປີ​ນີ້.