ມີ 25 ປະ​ເທດ​ແລະ​ເຂດ​ແຄວ້ນ​ນຳ​ໃຊ້ APP ຊຳລະ​ເງິນວ່ອງ​ໄວ​ຂອງ​ບໍລິສັດ​ຢູນຽນ​ເພ​ຈີນ
  2018-04-28 15:54:21  cri

​ແຫຼ່ງຂ່າວ​ຈາກ​ບໍລິສັດຢູນຽນ​ເພຈີນ (China Unionpay) ​ໃຫ້​ຮູ້​ໃນ​ວັນ​ທີ 27 ​ເມສາ​ນີ້​ວ່າ ຢູນຽນ​ເພ​ສາກົນ ​ໄດ້​ຖະ​ແຫຼງວ່າ: ປັດຈຸບັນ, ຜູ້ນຳ​ໃຊ້ APP ຊຳລະ​ເງິນວ່ອງ​ໄວ ຫຼື China Unionpay Quick Pass ສາມາດ​ໃຊ້​ບໍລິການ​ຊຳລະ​ເງິນ​ແບບ​ເຄື່ອນ​ທີ່ຂອງ​ບໍລິສັດຢູນຽນ​ເພ​ຢ່າງ​ປອດ​ໄພ ​ແລະ ສະດວກ​ສະບາຍ​ຢູ່ 25 ປະ​ເທດ​ແລະ​ເຂດ​ແຄວ້ນ ລວມທັງ​ເປີດ​ເອັບ​ສະ​​ແກນບາ​ໂຄ໋ດ​ແລ້ວຊຳລະ​ເງິນ​ ຫຼື ເປີດ​ນຳ​ໃຊ້​ການ​ບໍລິການ​ຊຳລະ​ເງິນ​ວ່ອງ​ໄວຜ່ານ​ໂທລະສັບ​ມື​ຖື​ແລ້ວ​ກໍ​ຊຳລະ​ເງິນ​ໄດ້​ເຊັ່ນ​ດຽວ​ກັນ.

ປັດຈຸບັນ, ​ເຄືອ​ຂ່າຍ​ຮັບນຳ​​ໃຊ້​ບັດ​ຢູນຽນ​ເພ​ໄດ້​ກວມ​ເຖິງ 168 ປະ​ເທດ​ແລະ​ເຂດ​ແຄວ້ນ ມີ​ 23 ລ້ານລູກ​ຄ້າ ​ແລະ​ຕູ້ ATM 1 ລ້ານ 6 ​ແສນ 4 ໝື່ນຕູ້. ບົນ​ພື້ນຖານ​ດັ່ງກ່າວ ​​ແລະເພື່ອ​ໃຫ້ສອດຄ່ອງ​ກັບ​ຄວາມ​ຊິນ​ເຄີຍ​ດ້ານ​ການ​ຊຳລະ​ເງິນ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ມີ​ການ​ປ່ຽນ​ແປງ​ແລ້ວນັ້ນ, ຢູນຽນ​ເພ​ສາກົນ​ກໍ​ເລັ່ງສ້າງ​ເງື່ອນ​ໄຂ​ການ​ໃຊ້​ບໍລິການຢູ່​ຕ່າງປະ​ເທດ​ເພື່ອ​ຕອບ​ສະໜອງ​ກັບ​ຜະລິດ​ຕະພັນ​ການ​ຊຳລະ​ເງິນ​ແບບ​ເຄື່ອນ​ທີ່​ຕ່າງໆ ​ເຊັ່ນ ການ​ຊຳລະ​ເງິນ​ຢ່າງວ່ອງ​ໄວ​ໂດຍ​ຜ່ານ​ມື​ຖື, ສະ​ແກນບາ​ໂຄ໋ດ​ເພື່ອ​ຊຳລະ​ເງິນ ​ແລະ​ອື່ນໆ.