ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ
  2018-04-28 11:10:46  cri


ຕາມ​ຂ່າວCRI: ວັນ​ທີ 27 ເມ​ສາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​​ບໍ່​ເປັນ​ທາງ​ການກັບ​ທ່ານ ນາ​ເຣັນ​ດ​ຣາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ຢູ່​ນະ​ຄອນ​ອູ​ຮ້ານ​ແຂວງຮູ​ເປີຍ ແລະ​ໄດ້​ຮ່ວມ​ກັນ​ເບິ່ງ​ງານ​ວາງ​ສະ​ແດງວັດ​ຖຸ​ບູ​ຮາ​ນ​ທີ່​ດີ​ເດັ່ນ​ທີ່​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິ​ທະ​ພັນ​ຂອງ​ແຂວງຮູ​ເປີຍ.

ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່​ທ່ານ ໂມ​ດີ ຢ້ຽມ​ຢາມ​ນະ​ຄອນ​ອູ​ຮ້ານ. ທ່ານຊີ້​ວ່າ, ພວກ​ຂ້າ​ພະ​ເຈົ້າ​ຄວນ​ກຳ​ສະ​ຖາ​ນະ​ການ​ການ​ພົວ​ພັນ​ຈີນ-ອິນ​ເດຍ​ຈາກ​ທາງ​ຍຸດ​ທະ​ສາດ,ຮັບ​ປະ​ກັນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເດີນ​ໄປ​ຕາມ​ທິດ​ທີ່​ຖືກ​ຕ້ອງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ພ້ອມ​ທັງ​ກ້າວ​ໄປ​ໜ້າ. ຈີນ​ຍິນ​ດີ​ຮ່ວມ​ກັບ​ອິນ​ເດຍ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ພັດ​ທະ​ນາ​ທີ່​​ມີ​ຄວາມແໜ້ນ​ແຟ້ນກວ່າ​ເກົ່າ,ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​​ມື​ລະ​ຫວ່າງ​ສອງ​ປະ​ເທດໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ກ້າວ​ໜ້າ​ຢ່າງ​ຮອບ​ດ້ານ.

ທ່ານ ໂມ​ດີ ກ່າວ​ດ້ວຍ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ສີ​ຈິ້ນ​ຜິງ ທີ່​ເຊີນ​ຕົນ​ມາ​ຈັດ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ຢູ່​ນະ​ຄອນ​ອູ​ຮ້ານ ແລະ​ກ່າວ​ວ່າ​ການ​ພົບ​ປະ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ທາງ​​ດ້ານປະ​ຫວັດ​ສາດ. ​ການ​ທີ່ອິນ​ເດຍ​ແລະ​ຈີນຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ແລະ​ການ​ຕິດ​ຕໍ່​ພົວ​ພັນກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູ​ງ​ຂອງ​ສອງ​ປະ​ເທດ​ເລື້ອຍໆນັ້ນ ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ,ລົງ​ເລິກ​ການ​ຮ່ວມ​ມື​, ແລະສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​​ທີ່​ບັນ​ລຸ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ​ກໍ່​ຄື​ພາກ​ພື້ນນີ້.ອິນ​ເດຍ​ຍິນ​ດີ​ຮ່ວມ​ກັບ​ຈີນ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ເລື່ອງ​ນີ້.