ສະ​ຖາ​ນີ​ຂົນ​ສົ່ງ​ສິນ​ຄ້າ​ຢຽນ​ເຮີ​ຢຸນ​ນານ​ອາດ​ຈະ​ເລີ່ມ​ນຳ​ໃຊ້ໃນ​ປີ​ນີ້
  2018-04-28 15:10:13  cri
​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ຄຸນ​ໝິງ​ຈຳ​ກັດ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 27 ເມ​ສ​າ​ນີ້​ວ່າ, ສະ​ຖາ​ນີ​ຢຽນ​ເຮີ​ຂອງ​ທາງ​ລົດ​ໄຟຢີ້​ຊີ່-ບໍ່​ເຕັນທີ່​ຕັ້ງ​ຢູ່​ເມືອງ​ຢູ້​ຊີ່​ແຂວງ​ຢຸນ​ນານທີ່ພວມ​ຢູ່​ໃນ​ໄລ​ຍະ​ການ​ກໍ່​ສ້າງ ເຊິ່ງ​ເປັນ​ເສັ້ນ​ທາງ​ສາ​ກົນ​ລະ​ຫວ່າງ​ຈີນ-ລາວ​ນັ້ນ​ອາດ​ຈະ​ເລີ່ມ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ປີ​ນີ້. ນີ້​ຈະເປັນ​ສະ​ຖາ​ນີ​ຂົນ​ສົ່ງ​ສິນ​ຄ້າ​ຂະ​ໜາດ​ໃຫຍ່​ທີ່​ເລີ່ມ​ນຳ​ໃຊ້​ແຫ່ງ​ທຳ​ອິດ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ.

ສະ​ຖາ​ນີຢ​ຽນ​ເຮີ​ກວມ​ເນື້ອ​ທີ່​ປະ​ມານ 130 ເຮັກ​ຕາ, ປະ​ລິ​ມານ​ການ​ຂົນ​ສົ່ງ​ສິນ​ຄ້າ​ຕໍ່​ປີ​ຂອງ​ສະ​ຖາ​ນີ​ແຫ່ງ​ນີ້ໃນ​ໄລ​ຍະ​ເລີ່ມ​ຕົ້ນ​ແມ່ນ 1 ລ້ານ 8 ແສນ​ໂຕນ, ແລະ​ຈະ​ບັນ​ລຸ​ເຖິງ 2 ລ້ານ 7 ແສນ​ໂຕນ​ຕໍ່​ປີ​ໃນ​ອະ​ນາ​ຄົດ. ​ເປັນເຂດ​ການ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ສຳ​ຄັນ​ຂອງ​ທາງ​ລົດ​ໄຟ​ສາ​ກົນ​ຈີນ-ຫວຽດ​ນາມ ແລະ ຈີນ-ລາວ.