ເລີ່ມ​ແຕ່​ວັນ​ທີ 1 ພຶດ​ສະ​ພາ​ໄປ ຈີນ​ຈະ​ຍົກ​ເລີກ​ພາ​ສີ​ນຳ​ເຂົ້າ​ຢາ​ບາງ​ລາຍ​ການ
  2018-04-29 11:54:51  cri
ຫວ່າງມໍ່ໆ​ນີ້ ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຫຼັກ​ການ​ພາ​ສີ​ນຳ​ເຂົ້າ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ປະ​ກາດ​ວ່າ, ເລີ່ມ​ແຕ່​ວັນ​ທີ 1 ພຶດ​ສະ​ພານີ້​ເປັນ​ຕົ້ນ​ໄປ, ຈະ​ຍົກ​ເລີກ​ພ​າ​ສີ​ນຳ​ເຂົ້າ​ຢາ​ທົ່ວ​ໄປເຊິ່ງ​ລວມ​ທັງ​ຢາ​ປົວ​ມະ​ເຮັງ, ຢາ​ປະ​ເພດ​ອານ​ກົງ​ໂລຍດ໊ທີ່​ມີ​ບົດ​ບາດ​ໃນ​ການ​ປົວ​ມະ​ເຮັງ ແລະ​ຢາພື້ນ​ເມືອງໄພ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ນັ້ນ​​ດ້ວຍ​ການ​ວາງ​ອັດ​ຕາ​ພາ​ສີ​ຊົ່ວ​ຄາວ.

ຕາມ​ຮູ້​ວ່າ, ການ​ສະ​ຖິ​ຕິ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ມີ​ຢາ​ປະ​ເພດ​ຕ້ານ​ມະ​ເຮັງ​ວາງ​ຂາຍ​ຢູ່​ຕາມ​ຕະ​ຫຼາດ 138 ປະ​ເພດ​ແລ້ວ, ປີ 2017, ຈຳ​ນວນ​ຄ່າ​ຊື້​ຢາ​ປົວ​ມະ​ເຮັງ​ຂອງ​ຜູ້​ເປັນ​ມະ​ເຮັງ​ຢູ່​ຈີນ​ບັນ​ລຸ 130 ຕື້ຢວນ. ທ່ານ​ເຈິ່ງອີ້​ຊິນ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການສາ​ທາ​ລະ​ນະ​ລະ​ສຸກ​ແລະ​ສຸ​ຂະ​ພາບ​ແຫ່ງ​ລັດ​ຈີນ​ໃຫ້​ຮູ້​ວ່າ, ຈະ​ສ້າງ​ກົນ​ໄກ​ໄລ​ຍະ​ຍາວ​ໃນ​ດ້ານ​ການ​ຫຼຸດ​ຄວາມ​ຫາບ​ການ​ປິ່ນ​ປົວ​ມະ​ເຮັງ, ຫຼຸດ​ຄ່າ​ຢາ​ຕ້ານ​ແລະ​ປົວ​ມະ​ເຮັງ​ໃຫ້​ລົງຈາກ​ຫຼາຍ​ດ້ານ​ແລະ​ຫຼາຍ​ຊ່ອງ​ທາງ. "ໜຶ່ງ​ແມ່ນ​ສົ່ງ​ເສີມ​ກາ​ນ​ຄົ້ນ​ຄວ້າ ແລະ​ການ​ປະ​ດິດ​ສ້າງ. ເພີ່ມ​ການ​ສະ​ໜັບ​ສະ​ໜຸນ​ການ​ຄົ້ນ​ຄວ້າ​ຢາ​ຕ້ານ​ມະ​ເຮັງ, ໃຫ້​ບູ​ລິ​ມະ​ສິດ​ແກ່​ການ​ຄົ້ນ​ຄວ້າ​ຢາ​ຕ້ານ​ມະ​ເຮັງ​ທີ່​ມີ​ຄວາມ​ຕ້ອງ​ການ​ທີ່​ສຸດ; ສອງ​ແມ່ນ​ເຮັດ​ໃຫ້​ການ​ອະ​ນຸ​ມັດ​ຢາ​ປ້ອງ​ກັນ​ແລະ​ປົວ​ມະ​ເຮັງ​ເຂົ້າ​ຕະ​ຫຼາດ​ໃຫ້​ໄວ​ຂຶ້ນ; ສາມ​ແມ່ນ​ຫຼຸດ​ຕົ້ນ​ທຶນ​ຂອງ​ຢາ​, ໂຈມ​ຕີ​ການ​ກະ​ທຳ​ຜິດ​ກົດ​ໝາຍ​ຕ່າງໆ​ເຊັ່ນ​ການ​ໃຫ້​ສິນ​ບົນ, ການ​ຜູກ​ມັດ​ລາ​ຄາ​ເປັນ​ຕົ້ນ; ສີ່​ແມ່ນ​ຍົກ​ຄວາມ​ສາ​ມາດ​ໃນ​ການ​ປິ່ນ​ປົວ​ໃຫ້​ສູງ​ຂຶ້ນ, ແລະ​ນຳ​ໃຊ້​ຢາ​ຕ້ານ​ມະ​ເຮັງ​ຢ່າງ​ສົມ​ເຫດ​ສົມ​ຜົນ."

ເພື່ອ​ໃຫ້​ຄົນ​ເຈັບ​ຈະ​ໄດ້​ຮັບ​ການ​ປົວ​ດ້ວຍ​ຢາ​ທີ່​​ດີ​ທີ່​ສຸດ​ໃນ​ສາ​ກົນ​ຢ່າງ​ທັນ​ການ, ໃນ​ຕໍ່​ໄປ​ພາຍ​ໜ້າ, ຈີນ​ຍັງ​ຈະ​ປັບ​ປຸງ​ລະ​ບຽບ​ການກວດ​ກາ​ແລະ​ອະ​ນຸ  ມັ​ດ, ເພື່ອ​ໃ​ຫ້​ຢາ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ນັ້ນ​ໄດ້​ເຂົ້າ​ຕະ​ຫຼາດ​ຈີນ​ໄວ​ກວ່າ​ເກົ່າ.