ຜູ້​ນຳອາ​ເມ​ລິ​ກາ ​ ສ ເກົາ​ຫຼີ​ແລະ​ຍີ່​ປຸ່ນ ຫາ​ລື​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ
  2018-04-29 17:29:27  cri

ວັນ​ທີ 28 ເມ​ສາ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຕ່າງ​ໄດ້​ລົມ​ໂທ​ລະ​ສັບ​ກັບ​ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ ສ ເກົາ​ຫຼີ​ແລະ ທ່ານ​ຊິນ​ໂຈະ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ, ເພື່ອ​ຫາ​ລື​ກ່ຽວ​ກັບ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ.

ມື້​ດຽວ​ກັນ, ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ໂດຍ​ກ່າວ​ວ່າ, ທ່ານ​ທ​ຣຳ​ກັບ​ທ່ານມູນ​ເຈ​ອິນ ໄດ້​ຫາ​ລື​ກ່ຽວ​ກັບ​ການເຈ​ລະ​ຈາ​ລະ​ຫວ່າງ​ທ່ານ ມູນ​ເຈ​ອິນ ​ກັບ​ທ່ານ ກິມ​ເຈິ​ງອຸນ ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ ສປປ ​ເກົາຫຼີ​. ໃນ​ເວ​ລາ​ລົມ​ໂທ​ລະ​ສັບ, ທ່ານ​ທ​ຣຳ​ ແລະ ທ່ານມູນ​ເຈ​ອິນກ່າວ​ວ່າ, ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ອະ​ນາ​ຄົດ​ຂອງ​ ສ​ປ​ປ ເກົາ​ຫຼີ ຂຶ້ນ​ກັບ ສ​ປ​ປ ເກົາ​ຫຼີ ຈະ ປະ​ລະ​ນິວ​ເຄຼຍ​ຢ່າງ​ເຖິງ​ຖອງ ທີ່​ຮັບ​ການກວດ​ສອບ​ໄດ້ ແລະ​ຈົນ​ເທົ່າ​ໃດໆ​ຫຼື​ບໍ່.

ມື້​ດຽວ​ກັນ, ທຳ​ນຽບ​ຂາວ​ໄດ້​ອອກ​ຖະ​ແຫຼງ​ການ​ອີກ​ສະ​ບັບ​ໜຶ່ງ, ​ໂດຍ​ກ່າວ​ວ່າຜູ້​ນຳ​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ​ເຫັນ​ວ່າ ສ​ປ​ປ ເກົາ​ຫຼີ​ ຕ້ອງ​ປະ​ລະ​ໂຄງ​ການ​ອາ​ວຸດ​ລ້າງ​ຜານ​​ຂະ​ໜາດ​ໃຫຍ່ແລະ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ທັງ​ໝົດ.
ກ່ອນ​ອອກ​ຖະ​ແ​ຫຼງ​ການ​ດັ່ງ​ກ່າວ, ທ່ານ​ທ​ຣຳ ​ໄດ້ລົງ​ໂພ​ສ​ບົດ​ຄວາມ​ໃນ​ສື່​ສັງ​ຄົມ​ອອນ​ໄລ​ວ່າ, ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ​ຂະ​ຫຍາຍ​ຕົວ​​ດີ​ຫຼາຍ, ເວ​ລາ​ແລະ​ສະ​ຖານ​ທີ່​ຈະ​ຈັດ​ການພົບ​ປະ​ລະ​ຫວ່າງ​ທ່ານ​ເອງ​ແລະ​ທ່ານ​ ກິມ​ເຈິ​ງອຸນ ກຳ​ລັງ​ປຶກ​ສາ​ຫາ​ລື​ຢູ່. ​ກ່ອນ​ນີ້, ທ່ານ​ທ​ຣຳ​ເຄີຍ​ກ່າວ​ວ່າ, ຈະ​ພົບ​ປະກັບ​ທ່ານ ກິມ​ເຈິງອຸນ ​ໃນ​​ເດືອນ​ພຶດ​ສະ​ພາ​ຫຼືຕົ້ນ​ເດືອນ​ມິດ​ຖຸ​ນາ.