ເປົ້າ​ໝາຍ​ການ​ທະ​ຫານຫຼາຍ​ແຫ່ງ​ຢູ່​ຊີ​ຣີ​ຖືກ​ໂຈມ​ຕີ​ດ້ວຍ​ລູກ​ສອ​ນ​ໄຟ
  2018-04-30 14:16:27  cri
ໂທ​ລະ​ພາບ​ແຫ່ງ​ຊາດ​ຊີ​ຣີ​ລາຍ​ງາ​ນວ່າ, ຕອນ​ຄ່ຳ​ວັນ​ທີ 29 ເມ​ສາ​ນີ້, ຢູ່​ແຂວງ​ຮາ​ມາ ແລະ​ແຂວ​ງ​ອາ​ເລັບ​ໂປ​ຂອງ​ຊີ​ຣີ, ເປົ້າ​ໝາຍ​ການ​ທະ​ຫານຫຼາຍ​ແຫ່ງ​ຖືກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ.

ຂ່າວ​ແຈ້ງວ່າ, ໃນ​ເວ​ລາ​ປະ​ມານ 22 ໂມງ 30 ນາ​ທີ​ຂອງວັນ​ທີ 29 ເມ​ສາ​ນີ້, ເປົ້າ​ໝາຍ​ການ​ທະ​ຫານຫຼາຍ​ແຫ່ງ​ຢູ່​ແຂວງ​ຮາ​ມາ​ທີ່​ພາກ​ກາງ ແລະ​ເຂດ​ຊົນ​ນ​ະ​ບົດ​ແຂວງ​ອາ​ເລັບ​ໂປ​ພາກ​ເໜືອ​ຂອງ​ຊີ​ຣີ​ໄດ້​ຖືກ​ລ່ວງ​ລ້ຳ​ຄັ້ງ​ໃໝ່​ດ້ວຍ​ລູກ​ສອນ​ໄຟ​ຂອງ​ສັດ​ຕູ. ແຕ່ຂ່າວ​ດັ່ງ​ກ່າວ​ບໍ່​ໄດ້​ແຈ້ງລາຍ​ລະ​ອຽດ​ກ່ຽວ​ກັບ​ແຫຼ່ງ​ທີ່​ມາ​ຂອງ​ລູກ​ສອນ​ໄຟ.

ປະ​ຈຸ​ບັນ, ລັດ​ຖະ​ບານ ແລະ​ກອງ​ທັບ​ຊີ​ຣີ​​ຍັງ​ບໍ່​ໄດ້​ໃຫ້​ຄຳ​ຕອບ​ແຕ່​ໃດໆ​ກ່ຽວ​ກັບ​ເຫດ​ການ​ໂຈມ​ຕີ​​ເທື່ອ​ນີ້.