ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກ່າວ​ວ່າ​ ​ນົກທົ່ວ​ໄປ​ບາງ​ປະ​ເພດ​ກໍ​ປະ​ສົບ​ໄພ​ຂົ່ມ​ຂູ່​ທີ່​ຈະ​ສູນ​ພັນ​ໄປ
  2018-04-30 14:39:19  cri
ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອົງ​ການ​ສາ​ກົນເພື່ອ​ອະ​ນຸ​ລັກ​ນົກ​ໄດ້​ປະ​ກາດ "ບົດ​ລາຍ​ງານ​ສະ​ພາບ​ການ​ປະ​ເພດ​ນົກ​ທົ່ວ​ໂລກ 2018" ໂດຍ​ກ່າວ​ວ່າ, ໃນປະ​ເພດ​ນົກທີ່ໂລກ​ໄດ້​ຮັບ​ຮູ້​ເປັນ​ຈຳ​ນວນ 1,1ໝື່​ນ​ປະ​ເພດ​ນັ້ນ, ມີ 40% ​ພວມຫຼຸດ​ໜ້ອຍ​ລົງ, ໃນ​ນັ້ນ​ມີ​ຈຳ​ນວນ​ໜຶ່ງ​ເປັນ​ນົກປະ​ເພດ​ທົ່ວ​ໄປ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ຊີ້​ອອກວ່າ, ໃນ​ປະ​ເພດ​ນົກ​ທີ່​ຈຳ​ນວນຫຼຸດ​ໜ້ອຍ​ລົງ​ຢ່າງ​ໃຫຍ່​ນັ້ນ, ບໍ່​ພຽງ​ແຕ່​ມີ​​ນົກແນວ​ພັນ​ທີ່​ຫາ​ຍາກ​ເທົ່າ​ນັ້ນ, ​ຍັງ​ມີຫຼາຍ​ປະ​ເພດ​ແມ່ນ​ປະ​ເພດ​ທີ່​ເຫັນ​ເລື້ອຍໆ.

ບົດ​ລາຍ​ງານ​ເຫັນ​ວ່າ, ກະ​ສິ​ກຳ​ແບບ​ລວມ​ສູນ​ເປັນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ກະ​ທົບ​ເຖິງ​ການ​ດຳ​ລົງ​ຄົງ​ຕົວ​ຂອງ​ນົກ​ໃນ​ທົ່ວ​ໂລກ, ໂດຍ​ການ​ເພີ່ມ​ເນື້ອ​ທີ່​ດິນ​ປູກ​ຝັງ​ເຮັດ​ໃຫ້​ສະ​ຖານ​ທີ່​ເພີ່ງ​ພາ​ອາ​ໄສ​ຂອງ​ນົກຫຼຸດ​ໜ້ອຍ​ລົງ, ການ​ນຳ​ໃຊ້​ສານ​ເຄ​ມີ​ຊະ​ນິດ​ຕ່າງໆ​ໄດ້ສ້າງມົນ​ລະ​ພິດ​ຕໍ່​​ສິ່ງ​ແວດ​ລ້ອມ​ການ​ດຳ​ລົງ​ຄົງ​ຕົວ​ຂອງ​ນົກ.

ນອກ​ນີ້, ການຕັດ​ປ່າ​ທົ່ວ​ທີບ, ​ການ​ລ່ວງ​ລ້ຳ​ຂອງແນວ​ພັນ​ສັດ​ສາ​ວາ​ສິ່ງ​ພາຍນອກ, ການ​ລ່າ​ສັດ​ແບບ​ຜິດ​ລະ​ບຽບ​ການ, ແລະ​ການ​ເຄື່ອນ​ໄຫວ​ຂອງ​ມະ​ນຸດ​​ລ້ວນ​ແຕ່​ເປັນ​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ການ​ດຳ​ລົງ​ຄົງ​ຕົວ​ຂອງນົກ​ທົ່ວ​ໂລກ​ຜະ​ເຊີນ​ກັບ​ໄພ​ຂົ່​ມ​ຂູ່​.