ອາ​ເມ​ລິ​ກາຈະ​ຮ່ວມ​ມື​ກັບ​ອິ​ສ​ຣາ​ແອນ​ຢ່າງ​ໃກ້​ຊິດເ​ພື່ອ​ສະ​ກັດ​ກັ້ນ​ອີ​ຣານ
  2018-04-30 17:02:19  cri
ວັນ​ທີ 29 ເມ​ສາ​ນີ້, ທ່ານ​ໄມ​ຄ໌ ໂປມ​ເປວ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຜູ້​ໃໝ່​ຂອງ​ອາ​ເມ​ລິ​ກາ​ທີ່​ໄປ​ຢ້ຽມ​ຢາມ​ອິ​ສ​ຣາ​ແອນ​ກ່າວ​ຢູ່​ເຕ​ລາ​ວີວ່າ, ອາ​ເມ​ລິ​ກາ "ຄອງ​ຄອຍ​ຮ່ວມ​ມື​ຢ່າງ​ໃກ້​ຊິດກັບ​ພັນ​ທະ​ມິດເຂັ້ມ​ແຂງ ອິ​ສ​ຣາ​ແອນ"ໃນຫຼາຍ​ດ້ານ ເພື່ອ​ກະ​ກັດ​ກັ້ນ​ອີ​ຣານ.

ມື້​ດຽວ​ກັນ, ໃນ​ເວ​ລາ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ເບັນ​ຈາ​ມິນ ເນ​ຕາ​ນິຢາ​ຫູ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອນ, ທ່ານ​ໂປມ​ເປ​ວ​ກ່າວ​ວ່າ, "ອາ​ເມ​ລິ​ກາ​ມີ​ຍຸດ​ທະ​ສາດ​ສັງ​ລວມ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ຕ່າງໆ​ທີ່​ເກີດ​ຂຶ້​ນ​ເນື່ອງ​ຈາກ​ອີ​ຣານ". ນອກ​ຈາກ​ບັນ​ຫາ​ນິວ​ເຄຼຍ​ແລ້ວ, ອາ​ເມ​ລິ​ກາ​ຍັງ​ຈະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ທີ່​ບໍ່​ແມ່ນ​ດ້ານ​ນິວ​ເຄຼຍ​ຈາກ​ອີ​ຣານ, ເຊິ່ງ​ລວມ​ທັງ​ລະ​ບົບ​ລູກ​ສອນ​ໄຟ​ຂອງ​ອີ​ຣານ, ສະ​ໜັບ​ສະ​ໜູນ​ພັກ​ເຮັ​ສ​​ບຸນ​ລາ​ຂອງ​ລີ​ບັງ, ກຸ່ມ​ປະ​ກອບ​ອາ​ວຸດ​ຫູ​ຊີ ເຣ​ເບ​ຣ​ຂອງ​ເຢ​ແມນ ແລະ​ແຊກ​ແຊງ​ສະ​ຖາ​ນະ​ການ​ຊີ​ຣີ​ເປັນ​ຕົ້ນ.