ຢູ່​ນະ​ຄອນຫຼວງ​ກາ​ບູນ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ເກີດ​ການ​ລະ​ເບີດ 2 ເທື່ອ ເຮັດ​ໃຫ້ 60 ກວ່າ​ຄົນ​ເສຍ​ຊີວິດ ແລະ​ໄດ້​ຮັບ​ບາດ​ເຈັບ
  2018-05-01 09:35:03  cri
ວັນ​ທີ 30 ເມ​ສາ​ຜ່ານ​ມາ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​​ອັ​ຟ​ກາ​ນີ​ສະ​ຖານແຈ້ງວ່າ, ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ, ຢູ່​ເທ​ສະ​ບານ​ນະ​ຄອນຫຼວງ​ກາ​ບູນ​ໄດ້​ເກີດ​ເຫດ​ການ​ລະ​ເບີດ​ 2 ເທື່ອ​ລຽນ​ຕິດ, ເຮັດ​ໃຫ້​ຢ່າງ​ໜ້ອຍ 21 ຄົນ​ເສຍ​ຊີ​ວິດ, 40 ຄົນ​ໄດ້​ຮັບ​ບາດ​ເຈັບ.