ທ່ານ​ອາ​ບັ​ສ​​ຢ້ຳ​ວ່າ​​ບໍ່​ຮັບ​ເອົາອາ​ເມ​ລິ​ກາ​ເປັນ​ຜູ້​ໄກ່​ເກ່ຍ​ແຕ່ຝ່າຍ​ດຽວ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ​ປາ​ເລັ​ສ​ຕິນ-ອິ​ສ​ຣາ​ແອນ
  2018-05-01 09:40:54  cri
ວັນ​ທີ 30 ເມ​ສາ​ຜ່ານ​ມາ, ທ່ານ​ອາ​ບັ​ສ ປ​ະ​ທາ​ນາ​ທິ​ບໍ​ດີ​ປາ​ເລັ​ສ​ຕິນ​ກ່າວ​ຢ້ຳ​ວ່າ, ຝ່າຍ​ປາ​ເລັ​ສ​ຕິນ​​ບໍ່​ຮັບ​ເອົາອາ​ເມ​ລິ​ກາ​ເປັນ​ຜູ້​ໄກ່​ເກ່ຍ​ແຕ່ຝ່າຍ​ດຽວ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ​ປາ​ເລັ​ສ​ຕິນ-ອິ​ສ​ຣາ​ແອນ.

ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ປາ​ເລັ​ສ​ຕິນ​ທີ່​ຈັດ​ຂຶ້ນ​ຢູ່​ຣາ​ມາ​ລາ ທີ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ໃນ​ວັນ​ທີ 30 ເມ​ສາ​ຜ່ານ​ມາ, ທ່ານ​ອາ​ບັ​ສ​ກ່າວ​ວ່າ, ປາ​ເລັ​ສ​ຕິນ​ຈະ​ບໍ່​ຮັບເອົາອັນ​ທີ່​ວ່າ "ສັນ​ຍາ​ສະ​ຕະ​ວັດ"​ກ່ຽວ​ກັບ​ຂະ​ບວນ​ການ​ສັນ​ຕິ​ພາບ​ເຂດ​ຕາ​ເວັນ​ອອກ​ກາງ​ທີ່​ສະ​ເໜີ​ໂດຍ​ອາ​ເມ​ລິ​ກາ, ເພາະ​ມັນ​ໄດ້​ປັດ​ເຂ່ຍ​ບັນ​ຫາ​ເຢ​ຣູ​ສະ​ເລັມ, ບັນ​ຫາ​ຊາວ​ອົບ​ພະ​ຍົບ​ປາ​ເລັ​ສ​ຕິນ ແລະ​ບັນ​ຫາ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ຢູ່ນອກ​ການ​ເຈ​ລະ​ຈາ.

ທ່ານ​ອາ​ເບັ​ສ​ກ່າວ​ຕື່ມ​ວ່າ, ຖ້າ​ອາ​ເມ​ລິ​ກາ​ຢາກ​ເຮັດແທ້​ທຳ​ຈິງ, ກໍ​ຕ້ອງ​ສະ​ໜັບ​ສະ​ໜູນ "ແຜນ​ການ​ສອງ​ປະ​ເທດ", ໂດຍ​ສະ​ໜັບ​ສະ​ໜູນ​ເຢ​ຣູ​ສະ​ເລັມ​ຕາ​ເວັນ​ອອກ​ເປັນ​ນະ​ຄອນຫຼວງ​ຂອງ​ປະ​ເທດ​ປາ​ເລັ​ສ​ຕິນ​ທີ່​ເປັນ​ເອ​ກະ​ລາດ.

ວັນ​ທີ 6 ທັນ​ວາ ປີ2017, ທ່ານ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ວ່າ ອາ​ເມ​ລິ​ກາ​ຮັບຮອງ​ເຢ​ຣູ​ສະ​ເລັມ​ເປັນ​ນະ​ຄອນຫຼວງ​ຂອງ​ອິ​ສ​ຣາ​ແອນ, ເຮັດ​ໃຫ້​ຝ່າຍ​ປາ​ເລັ​ສ​ຕິນ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ. ຝ່າຍ​ປາ​ເລັ​ສ​ຕິນ​ເຄີຍ​ກ່າວຫຼາຍ​ເທື່ອ​​ວ່າ​​ບໍ່​​ຍອມ​ໃຫ້​ອາ​ເມ​ລິ​ກາ​ເປັນ​ຜູ້​ໄກ່​ເກ່ຍ​ແຕ່​ຝ່າຍ​ດຽວ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ​ປາ​ເລັ​ສ​ຕິນ-ອິ​ສ​ຣາ​ແອນ.