ສະ​ຫະ​ພາບ​ເອີ​ລົບ​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ບັນ​ຫາ​ສອງ​ມາດ​ຕະ​ຖານ​ດ້ານ​ອາ​ຫານ
  2018-05-01 16:26:32  cri
ວັນ​ທີ 30 ເມສາ​ທີ່​ຜ່ານ​ມາ ປຸນ​ກາ​ລີ ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ຈັດ​ກອງ​ປະ​ຊຸມ​ເວ​ທີ​​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ຢູ່​ນະ​ຄອນ​ຫຼວງ​ໂຊ​ເຟຍ, ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ສອງ​ມາດ​ຕະ​ຖານ​ດ້ານ​ອາ​ຫານ​ທີ່​ມີ​ຢູ່​ພາຍ​ໃນ​ສະ​ຫະ​ພາບ​ເອີ​ລົບ. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຮຽກ​ຮ້ອງ​ໃຫ້​ຈັດ​ເອົາ​ການ​ແກ້​ໄຂ​​ບັນ​ຫາ​ສອງ​ມາດ​ຖານ​ດ້ານ​ອາ​ຫານເຂົ້າ​ວາ​ລະວ່າ​ວຽກ​ສະ​ຫະ​ພາບ​ເອີ​ລົບ.

​ລັດ​ຖະ​ມົນຕີ​ຫຼືຜູ້​ຕາງ​ໜ້າ​ລັ​ດ​ຖະ​ມົນ​ຕີ, ສະ​ມາ​ຊິກ​ສະ​ພາ​ເອີ​ລົບ ແລະ​ຜູ້​ແທນ​ບໍ​ລິ​ສັດ​ຂ້າມ​ຊາດ​ທີ່​ມາ​ຈາກບັນ​ດາປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ເອີ​ລົບ​ກາງ​ແລະ​ເອີ​ລົບ​ຕາ​ເວັນ​ອອກ ​ລວມ 200 ກວ່າ​ທ່ານ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ດັ່ງ​ກ່າວ.

 ໃນ​ຫຼາຍ​ປີ​ມໍ່​ໆ​ມານີ້, ບໍ​ລິ​ສັດ​ຜະ​ລິດ​ອາ​ຫານ​ຂ້າມ​ຊາດ​ຈຳ​ນວນ​ໜຶ່ງ​ໄດ້​ໃຊ້​​ສ່ວນ​ປະ​ກອບ​ທີ່​ລາ​ຄາ​ຖືກ​ໃນ​ການ​ຜະ​ລິດ​ອາ​ຫານ​ທີ່​ຈະ​ນຳ​ໄປ​ຂາຍ​ຢູ່​ປະ​ເທດ​ເອີ​ລົບ​ກາງ​ແລະເອີ​ລົບ​ຕາ​ເວັນ​ອອກ, ແຕ່​ບໍ​ລິ​ສັດ​ເຫຼົ່າ​ນີ້ພັດ​ແກ້​ຕົວ​ວ່າ​ການ​ກະ​ທຳ​ດັ່ງ​ກ່າວ​ແມ່ນ​ເພື່ອ​ເໝາະ​ສົມ​ກັບ​ຄວາມ​ຊິນ​ເຄີຍ​ແລະ​ຄວາມ​ມັກ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ. ປະ​ເທດ​ເອີ​ລົບ​ກາງ​ແລະ​ເອີ​ລົບ​ຕາ​ເວັນ​ອອກ ເຊັ່ນ​ຮົງ​ກາ​ລີ ສ.ເຊັກ ສ​ໂລ​ຟັກ ແລະ​ປຸນ​ກາ​ລີ​ບໍ່​ພໍ​ໃຈ​ຢ່າງ​ແຮງ​ກ້າ​ຕໍ່​ບັນ​ຫາ​ສອງ​ມາດ​ຖານ​ດ້ານ​ອາ​ຫານ​ຂອງ​ສະ​ຫະ​ພາບ​ເອີ​ລົບ, ໂດຍ​ຮຽກ​ຮ້ອງ​ສະ​ຫະ​ພາບ​ເອີ​ລົບ​ຈົ່ງ​ວາງ​ກົດ​ໝາຍ ເພື່ອ​ປ່ຽນ​ແປງ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ແບບ​​ດູ​ໝິ່ນ​ດັ່ງ​ກ່າວ.

ຜູ້​ຮ່ວມ​ປະ​ຊຸມໄດ້​ຜ່ານຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ, ໂດຍໄດ້​ເນັ້ນ​ວ່າ ການ​ປະ​ຕິ​ບັດ​ຕໍ່​ຜູ້​ບໍ​ລິ​ໂພກ​ຢ່າງ​ສະ​ເໝີ​ພາບ​ແລະ​ບໍ່​ດູ​ໝິ່ນ ແມ່ນ​ໜຶ່ງ​ຫຼັກ​ການ​ຊີ້​ນຳ​ຂອງ​ສ​ະ​ຫະ​ພາບ​ເອີ​ລົບ, ສະ​ໜັບ​ສະ​ໜູນ​ແຜນ​ການ​ພວງ​ໜຶ່ງ"ນະ​ໂຍ​ບາຍ​ໃໝ່​ຕໍ່​ຜູ້​ບໍ​ລິ​ໂພກ"​ທີ່​ສະ​ເໜີ​ໂດຍ​ຄະ​ນະ​ກຳ​ມະ​ການສະ​ຫະ​ພາບ​ເອີ​ລົບ, ແລະ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ແລະ​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ຜົນ​ປະ​ໂຫຍດໃນ​ຂະ​ແໜງ​ການ​ຈົ່ງ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ.