ການຄ້າ​ຂາ​ອອກ​ຕໍ່​ຈີນຂອງ​ອາ​ເມ​ລິ​ກາ​ໄດ້​ສ້າງ​ຕຳ​ແໜ່ງ​ປະ​ກອບ​ອາ​ຊີ​ບ​ໃຫ້​ອາ​ເມ​ລິ​ກາ​ນັບ​ເປັນ​ລ້ານ​ຕຳ​ແໜ່ງ
  2018-05-01 15:06:13  cri
ວັນ​ທີ 30 ເມ​ສາ​ທີ່​ຜ່ານ​ມາ, ຄະ​ນະ​ກຳ​ມະ​ການ​ທົ່ວ​ປະ​ເທດ​ຂ​ອງການ​ຄ້າ​ອາ​ເມ​ລິ​ກາ-ຈີນ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ປະ​ຈຳ​ປີ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຄ້າ​ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ​ໃນ​ປີ 2017 ໄດ້​ມີ​ການ​ເພີ່ມ​ຂຶ້ນຢ່າງ​ໃຫຍ່​ ພາຍ​ຫຼັງ​ໄດ້​ຕົກ​ຕ່ຳ​ລົງ​ເປັນ​ເວ​ລາ 2 ປີ​ລຽນ​ຕິດ, ອັນ​ໄດ້​ສ້າງ​ຕຳ​ແໜ່ງ​ການ​ປະ​ກອບ​ອາ​ຊີບ​ໃຫ້​ແກ່​ອາ​ເມ​ລິ​ກາ​ນັບ​ເປັນ 1 ລ້ານ​ຕຳ​ແໜ່ງ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ປັດ​ຈຸ​ບັນ ປະ​ເທດ​ຈີນ​ໄດ້​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ໃຫຍ່​ອັນ​ດັບ 3 ຂອງ​ອາ​ເມ​ລິ​ກາ​ໃນ​ການ​ສົ່ງ​ອອກສິນ​ຄ້າ ແລະ​ການ​ບໍ​ລິ​ການ​. ແຕ່​ປີ 2008-2017 ການ​ຄ້າ​ສິນ​ຄ້າ​ອາ​ເມ​ລິ​ກາ​ຕໍ່​ຈີນ​ໄດ້​ເພີ່ມ​ຂຶ້ນ 86%, ສ່ວນ​ໃນ​ໄລ​ຍະ​ດຽວ​ກັນ​ນີ້ ການ​ຄ້າ​ສິນ​ຄ້າ​ຕໍ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ໃນ​ໂລກ​ຂອງ​ອາ​ເມ​ລິ​ກາ​ນັ້ນ​ພຽງ​ແຕ່​ເພີ່ມ​ຂຶ້ນ 21% ທໍ່​ນັ້ນ. ແຕ່​ປີ 2007-2016 ການ​ຄ້າ​ດ້ານ​ການ​ບໍ​ລິ​ການ​ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ 3 ເທົ່າ, ​ໃນ​ໄລ​ຍະ​ດຽວ​ກັນ ການ​ຄ້າ​ດ້ານ​ການ​ບໍ​ລິ​ການ​ທີ່​ອາ​ເມ​ລິກາສົ່ງ​ອອກ​​ຂາຍ​ຢູ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ໃນ​ໂລກ​ພຽງ​ແຕ່​ເພີ່ມ​ຂຶ້ນ 50% ທໍ່​ນັ້ນ.

ບົດ​ລາຍ​ງານ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຄ້າ​ຂາ​ອອກ​ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ​ໄດ້​ສົ່ງ​ຜົນ​ປະ​ໂຫຍດ​ໄປ​ສູ່​ທັງ​ໝົດ​ລັດ​ຂອງ​ອາ​ເມ​ລິ​ກາ. ແຕ່​ປີ 2008-2017, 49 ລັດ​ຂອງ​ອາ​ເມ​ລິ​ກາໄດ້​ມີ​ການ​ຄ້າ​ສິນ​ຄ້າ​ທີ່​ສົ່ງ​ອອກ​ຂາຍຢູ່​​ຈີນ​ນັ້ນ​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ໃນ​ນັ້ນ 17 ລັດ​ບັນ​ລຸ​ການ​ເພີ່ມ​ຂຶ້ນ​ຫຼາຍກວ່າ 100%. ປີ 2007-2016 ການ​ຄ້າ​ດ້ານ​ບໍ​ລິ​ການ​ຕໍ່​ຈີນຂອງ​ໝົດ​ທຸກ​ລັດ​ອາ​ເມ​ລິກາ​ລ້ວນ​ແຕ່​ເພີ່ມ​ຂຶ້ນ 100% ຂຶ້ນ​ໄປ, ໃນ​ນັ້ນ ມີ 31 ລັດ​ໄດ້​ເພີ່ມ​ຂຶ້ນ ຫຼາຍກວ່າ 300% .