ສ.ເກົາ​ຫຼີ ສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜູນ​ຈາກ​ ສ​ປ​ຊ ກ່ຽວ​ກັບ​ການກວດສອບ​ການ​ປິດ​ເຂດ​ທົດ​ລອງ​ນິວ​ເຄ​ລຍ​ຂອງ ສ​ປ​ປ ເກົາ​ຫຼີ
  2018-05-02 17:02:29  cri
ໂຄ​ສົກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​​ຖະ​ແຫຼງໃນວັນ​ທີ 1 ພຶດ​ສະ​ພາ​ນີ້ວ່າ, ທ່ານ ມູນ​ແຈອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ໄດ້​ສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜູນ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ກວດ​ສອບ​ການ​ປິດ​​ເຂດທົດ​ລອງ​ນິວ​ເຄ​ລຍ​ຂອງ ສ​ປ​ປ ເກົາ​ຫຼີ.

​ຕາມ​ຂ່າວ​ຈາກ​ໂຄ​ສົກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປີດ​ເຜີຍ​ໃຫ້​ສື່ມວນ​ຊົນ​ຮູ້ໃນ​ມື້​ດັ່ງ​ກ່າວ​ວ່າ, ທ່ານ ອານ​ໂຕ​ນີ​ໂອ ກູ​ເຕີ​​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ມູນ​​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ໃນ​ວັນ​ທີ 30 ເມ​ສາ​ຜ່ານ​ມາ. ໃນ​ການ​ສົນ​ທະ​ນາ, ທ່ານ ມູນ​​ແຈ​ອິນ ໄດ້​​ຮ້ອງ​ຂໍໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ການ​ກວດ​ສອບ​ການ​ປິດ​ເຂດ​ທົດ​ລອງ​ນິວ​ເຄ​ລຍ​ຂອງ ສ​ປ​ປ ເກົາ​ຫຼີ, ແລະ​ໄດ້​​ຮ້ອງ​ຂໍ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ສັນ​ຍາ​ສອງ​ຝ່າຍ​ລະ​ຫວ່າງ ສ.ເກົາ​ຫຼີ - ສ​ປ​ປ ເກົາ​ຫຼີ ​ໂດຍປ່ຽນ​ເຂດ​ປອດ​ທະ​ຫານ​ລະ​ຫວ່າງສອງ​ປະ​ເທດ​ເປັນ​ເຂດ​ສັນ​ຕິ​ພາບ.

ໃນ​ການ​ສົນ​ທະ​ນາ, ທ່ານ ກູ​ເຕີ​ເຣ​ສ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ ມູນ​​ແຈ​ອິນ ກ່ຽວ​ກັບ​ການ​ຈັດ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ ສ.ເກົາ​ຫຼີ - ສ​ປ​ປ ເກົາ​ຫຼີ ຢ່າງ​ສຳ​ເລັດ​ຜົນ ພ້ອມ​ທັງ​ກ່າວ​ຢ້ຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ພະ​ຍາ​ຍາມ​ສຸດ​ຂີດ​ ເພື່ອສະ​ໜັບ​ສະ​ໜູນ​ການ​ຊຸກ​ຍູ້​ການ​ສົນ​ທະ​ນາ​ລະ​ຫວ່າງ​ສອງ​ຝ່າຍ.