ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ທ່າ​ທີ​ຂອງ​ອິ​ສ​ຣາ​ແອນ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ
  2018-05-02 16:50:39  cri
ທ່ານຊັນ​ເຕີ​ສ ໂຄ​ສົກ​ທຳ​ນຽບ​ຂາວອາ​ເມ​ລິ​ກາກ່າວ​ໃນ​ວັນ​ທີ 1 ພຶ​ດ​ສະ​ພາ​ນີ້​ວ່າ, ​ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ການ​ສະ​ແດງ​ທ່າ​ທີ​ແລະ​ການ​ກະ​ທຳ​ຂອງ​ອິ​ສ​ຣ​າ​ແອນ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້. ມື້​ດຽວ​ກັນ, ທ່ານ​ອາ​ເລັດ​ດິນ ບູ​ຣຸ​ເຈ​​ດີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ນະ​ໂຍ​ບາຍ​ຄວາມ​​ໝັ້ນ​ຄົງ​ແຫ່ງ​ຊາດ​ແລະ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ສະ​ພາ​ອີ​ຣານ​ກ່າວ​ວ່າ, ຖ້າ​ວ່າ​ຟື້ນ​ຟູ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ, ອີ​ຣານ​ກໍ​ບໍ່​ມີ​​ເຫດ​ຜົນ​ສະ​ຫງວນ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ຕື່ມ​ອີກ.

ທ່ານ​ບູ​ຣຸ​ເຈ​​ດີ ກ່າວ​ເຕືອນ​ວ່າ, "ຖ້າ​ວ່າ​ຟື້ນ​ຟູ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ, ພວກ​ເຮົາ​ກໍ​ບໍ່​ມີ​​ເຫດ​ຜົນສືບ​ຕໍ່​ປະ​ຕິ​ບັດ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ຕື່ມ​ອີກ. ອີ​ຣານ​ມີ​ຄວາມ​ສາ​ມາດ​ເພີ່ມ​ປະ​ລິ​ມານ​ຢູ​ເນ​ລຽມ​ຂຸ້ນ​ຕາມ​ຄວາມ​ຕ້ອງ​ການ​ໃນ​​ບໍ່​ເທົ່າ​ໃດ​ມື້."