ຟີມສາ​ລະ​ຄະ​ດີ​ເລື່ອງ "ທ່ານ​ມາກ​ທີ່​ອະ​ມະ​ຕະ" ​ຈະ​ສາຍ​ອອກ​ອາ​ກາດ​ທາງ​ໂທ​ລະ​ພາບ
  2018-05-02 16:52:54  cri
    ເພື່ອ​ລະ​ນຶກ​​ວັນ​ຄ້າຍ​ວັນ​ເກີດ​ຂອງທ່ານ ຄານ ມາກ ​ຄົບ​ຮອບ 200 ປີ, ຄະ​ນະ​ໂຄ​ສະ​ນາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ຊີ້​ນຳ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ແລະ​ເອ​ກະ​ສານ​ພັກ​ສູນ​ກາງ ແລະ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ ຮ່ວມ​ກັນ​ຖ່າຍ​ທຳ​​ຟີມ​ສາ​ລະ​ຄະ​ດີ​ເລື່ອງ "ທ່ານ​ມາກ​ທີ່​ອະ​ມະ​ຕະ" ທັງ​ໝົດ 2 ຕອນ, ໂດຍ​ຈະ​ອອກ​ອາ​ກາດ​ຜ່ານ​ຊ່ອງ 1 ຂອງ CCTV ໃນ​ເວ​ລາ 20:00 ໂມງວັນ​ທີ 3 ແລະ​ວັນ​ທີ 4 ພຶດ​ສະ​ພານີ້, ຂະ​ນະ​ດຽວ​ກັນ, ເວັບ​ໄຊ​ປະ​ຊາ​ຊົນ, ເວັບ​ໄຊ​ຊິນ​ຮ​ວາ​ແລະ​ເວັບ​ໄຊ CCTV ຈະ​ເຜີຍ​ແຜ່​ສົດ​ອອນ​ລາຍ​ໄປ້​ອມໆ​ກັນ.

    ຕະຫຼອດ​ຊີ​ວິດ​ຂອງ​ທ່ານ​ມາກ ແມ່ນ​ກາບກອນປະ​ຫວັດທີ່​ສະ​ຫງ່າ​ຜ່າ​ເຜີຍ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ອັດ​ສະ​ຈັນ. ຟີມ​ສາ​ລະ​ຄະ​ດີ​ດັ່ງ​ກ່າວ ໄດ້​ບັນ​ທຶກ​​​ເລື່ອງ​ລາວ​ສູ້​ຊົນຕະຫຼອດຊີ​ວິດ​ຂອງ​ທ່ານ​ມາກ​ແລະ​ເພື່ອ​ນ​ຮ່ວມ​ເສັ້ນ​ທາງ​ສູ້​ຮົບ​ຂອງ​ທ່ານ​ໃນ​ການ​ຄົ້ນ​ຄວ້າ​ທິດ​ສະ​ດີ​ແລະ​ປະ​ຕິ​ບັດ​ຕົວ​ຈິງ​ການ​ປະ​ຕິ​ວັດ​ດ້ວຍ​ນ້ຳ​ໃຈບາກ​ບັ່ນ​ສູ້​ຊົນ​ເພື່ອ​ພາ​ລະ​ກິດ​ປົດ​ປ່ອຍ​ຂອ​ງ​ມວນ​ມະ​ນຸດ ແລະ ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ຍາວ​ນານ​ຂອງ​ລັດ​ທິ​ມາກ​ຕໍ່​ຄວາມ​ກ້າວ​ໜ້າ​ທາງ​ສັງ​ຄົມ​ມະ​ນຸດ ໂດຍ​ສະ​ເພາະ​ຕໍ່​ຂະ​ບວນ​ການ​ສັງ​ຄົມ​ນິ​ຍົມ​ໂລກ.