ຈີນ-ອິນ​ເດຍ​ເປີດ​ໜ້າ​ໃໝ່​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ
  2018-05-03 11:23:19  cri

ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ວັນ​ທີ 2 ​ພຶດສະພາ​ນີ້​ວ່າ: ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະຫວ່າງ​ຜູ້ນຳຈີນ​ແລະ​ອິນ​ເດຍ ​ໄດ້​ຮັດ​ແໜ້ນ​ມິດຕະພາບ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ກັນ​ຕື່ມໃຫ້​ແກ່​ຜູ້ນຳ​ສອງ​ປະ​ເທດ, ​ເປັນ​ການ​ສ້າງ​ຮູບ​ແບບ​ໃໝ່​ແຫ່ງ​ການ​ໄປມາ​ຫາ​ສູ່ແລກປ່ຽນ​ກັນ​ລະຫວ່າງ​ຜູ້ນຳ​ຈີນ-ອິນ​ເດຍ ​ແລະ​ເປັນ​ການ​ເປີດ​ໜ້າ​ໃໝ່​​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ທັງ​ມີ​ບົດບາດ​ທີ່​ຕັ້ງໜ້າ​ຕໍ່​ຄວາມ​ໝັ້ນທ່ຽງ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

ທັງ​ນີ້ ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ດັ່ງກ່າວ, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ​ໂດຍ​ກ່າວ​ວ່າ: ​ແຕ່​ວັນ​ທີ 27-28 ​ເມສາ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ ທ່ານ​​ນາຣັນດຣາ ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍ ​ໄດ້​ພົບ​ປະ​ບໍ່​ເປັນ​ທາງ​ກາ​ນຢູ່​ນະຄອນ​ອູ​ຮັ້ນ ​ເທດສະບານ​ແຂວງ​ຫູ​ເປີ​ຍ ສປ ຈີນ ​ໂດຍ​ຜູ້ນຳ​ສອງ​ທ່ານ​ໄດ້​ແລກປ່ຽນ​ກັນຢ່າງ​ຈິງ​ໃຈ​ໃນ​ທ່າມກາງ​ບັນຍາກາດ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ ​ແລະ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເຕັມ​ສ່ວນກ່ຽວ​ກັບ​ສະຖານະ​ການ​ສາກົນ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ລະຫວ່າງ​ສອງ​ຝ່າຍ ​ແລະ​ອື່ນໆ ​ແລະ​ສາມາດ​ບັນລຸ​ຂໍ້ຕົກລົງ​ທີ່​ສຳຄັນ. ຜູ້ນຳ​ສອງ​ທ່ານ ​ໄດ້​ຮັບຮູ້ທ່າ​ອ່ຽງສະຖານະ​ການ​ໃຫຍ່ຂອງ​ໂລກ ​ແລະຕຳ​ແໜ່​ງທາງ​ປະຫວັດສາດ​ຂອງ​ຈີນ​ແລະ​ອິນ​ເດຍ​ໃນ​ປັດຈຸບັນ​ຢ່າງ​ຈະ​ແຈ້ງ​ຕື່ມ​ອີກ​, ​ໄດ້​ກຳນົດຫຼັກການ​ຊີ້​ນຳ​ທີ່​ສຳຄັນ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ ​ແລະ ​ໄດ້ວາດ​ມະ​ໂນ​ພາບ​ແຜນການ​ທີ່​ຍິ່ງ​ໃຫຍ່​ແຫ່ງ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ. ທ່ານ​ນາງ​ຮວ້າຊຸ່ນຢິງ ກ່າວ​ຕື່ມ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ອິນ​​ເດຍ ​ເລັ່ງຈັດຕັ້ງປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ທີ່​ສຳຄັນ​ລະຫວ່າງ​ຜູ້ນຳ​ສອງ​ປະ​ເທດ ​ແລະ​ຖື​ເອົາ​ການ​ພົບ​ປະ​ຂອງ​ຜູ້ນຳ​ສອງ​ປະ​ເທດເທື່ອ​ນີ້​ເປັນ​ໂອກາດ ​ເພື່ອ​ສ້າງ​ສະຖານະ​ການ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ຈີນ-ອິນ​ເດຍ.