WHO:​ມົນ​ລະ​ພິດ​ທາງ​ອາ​ກາດເຮັດ​ໃຫ້​ຊາວ​ໂລກ​ເສຍ​ຊີ​ວິດ 7 ລ້ານ​ຄົນ​ຕໍ່​ປີ
  2018-05-03 11:29:58  cri
ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ໃນ​ວັນ​ທີ 2 ພຶດ​ສະ​ພາ​ນີ້​ວ່າ, ​ເຖິງວ່າ​ບັນ​ດາ​ປະ​ເທດ​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​ຫຼາຍກວ່າ​ເກົ່າ ແຕ່​ໃນ​ຈຳ​ນວນ​ປະ​ຊາ​ກອນ​ໂລກ 9 ໃນ 10 ຄົນ​ຍັງ​ໄດ້​ອາ​ໄສ​ຢູ່​ໃຕ້​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ມົນ​ລະ​ພິດ​ທາງ​ອາ​ກາດ​ຂັ້ນ​ຮ້າຍ​ແຮງ, ຄາດ​ວ່າ​ແຕ່​ລະ​ປີ​ມີ​ຜູ້​ເສຍ​ຊີ​ວິດ​ເຖິງ 7 ລ້ານ​ຄົນ​ຍ້ອນ​ຫັນ​ໃຈ​ເອົາ​ມົນ​ລະ​ພິດ​ຈົນ​ກໍ່​ໃຫ້​ເກີດ​ບັນ​ຫາ​ທາງ​ສຸ​ຂະ​ພາບ​ຕ່າງໆ.

ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຫຼາຍກວ່າ 90% ຂອງ​ຜູ້​ເສຍ​ຊີ​ວິດ​ຍ້ອນ​​ມົນ​ລະ​ພິດ​ທາງອາ​ກາດ​ແມ່ນ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳ, ຕົ້ນ​ຕໍ​ແຈກ​ຢາຍ​ຢູ່​​ອາ​ຊີ​ ແລະ​ອາ​ຟ​ຣິ​ກາ. ເຂດ​ທີ່​ມີມົນ​ລະ​ພິດ​ສະ​ພາບ​ແວດ​ລ້ອມ​ແລະ​ອາ​ກາດ​ໜັກ​ໜ່ວງ​ທີ່​ສຸດ​ແມ່ນ​ຢູ່​ເຂດເມ​ດີ​ເຕີ​ຣາ​ແນ​ຕາ​ເວັນ​ອອກ​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ຖັດ​ມາ​ແມ່ນ​ຕົວ​ເມືອງ​ທີ່​ມີ​ລາຍ​ຮັບ​ລະ​ດັບກາງ​ແລະ​ຕ່ຳ​ຂອງ​ອາ​ຊີ​ແລະ​​ປາ​ຊີ​ຟິກ​ຕາ​ເວັນ​ຕົກ. ເວົ້າ​ໂດຍ​ລວມ​ແລ້ວ,​ ສະ​ພາບອາ​ກາດ​ເປັນ​ພິດ​ຢູ່ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງຢູ່​ໃນລະ​ດັບ​ຕ່ຳ​ສຸດ ໂດຍ​ສະ​ເພາະ​ແມ່ນ​ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ​ ​ແລະ​ເຂດປາ​ຊີ​ຟິກ​ຕາ​ເວັນ​ຕົກ.