​ຈີນຫວັງ​​ໃຫ້ບັນດາ​ຝ່າຍຈະ​ພະຍາຍາມ​ຮ່ວມ​ກັນ ​ເພື່ອ​​​ເສີມ​ຂະຫຍາຍ​ບົດບາດ​ລັກສະນະ​ສ້າງສັນເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາ​ແຫຼມ​ເກົາຫຼີ
  2018-05-03 16:27:20  cri
ວັນ​ທີ 2 ​ພຶດສະພາ​ນີ້, ທ່ານນາງ ຮວ້າ​ຊຸ່ນຢີງ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃ​ນກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ຈີນ​ຫວັງ​ວ່າ​ຈະພະຍາຍາມ​ຮ່ວມ​ກັນ​ກັບ​ບັນດາ​ຝ່າຍ, ປັບປຸງ​ ​ແລະ​ຮັກ​ສາທ່າ​ອ່ຽງທີ່​ດີ​ຂອງ​ສະພາບ​ການ​ແຫຼ​ມ​ເກົາຫຼີຢ່າງ​ຕໍ່​ເນື່ອງ ​ເພື່ອສືບ​ຕໍ່​​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ເຂົ້າ​ໃນ​ການ​ແກ້​​ໄຂ​ບັນຫາ​ແຫຼມ​ເກົາຫຼີ​ໃນ​ຂັ້ນ​ພື້ນຖານ.

​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ໄປ​ຢ້ຽມຢາມ ສປປ ​ເກົາຫຼີ​ຂອງທ່ານ​ວາງຢີ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານນາງ ​ຮວ້າ​ຊຸ່ນຢີງກ່າວ​ວ່າ: ນີ້​ແມ່ນ​ມາດ​ຕະການ​ທີ່​ສຳຄັນ​ຂອງ​ຈີນ ​ແລະ​ສປປ ​ເກົາຫຼີ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຄວາມ​​ເປັນ​ເອກະ​ພາບ​ກັນ​ຂອງ​ຜູ້ນຳ​ສູງ​ສຸດ​ຂອງ​ສ​ອງປະ​ເທດ ​ແລະ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ ​ແລະ​ການ​​ແລກ​ປ່ຽນ​ທາງຍຸດ​ທະ​ສາດ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ. ສອງ​ຝ່າຍ​ຈະ​ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ບັນຫາ​ສາຍ​ພົວພັນ​ຈີນ-ສປປ ​ເກົາ​ຫຼີ, ສະພາບ​ການ​ແຫຼ​ມ​ເກົາຫຼີ ​ແລະ​ອື່ນໆ.