ການ​ປຶກ​ສາ​ຫາ​ລື​ແມ່ນ​ສອ​ດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ຈີນ-ອາ​ເມ​ລິ​ກາ
  2018-05-03 16:11:53  cri
    ທ່ານ ມູ​ນູ​ຊິນ ທູດ​ພິ​ເສດ​ປະ​ທານ​າ​ທິ​ບໍ​ດີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ ຈະ​ນຳ​ພາ​ຄະ​ນະ​ຜູ້​ແທນ​ອາ​ເມ​ລິ​ກາ​ມາ​ຢ້ຽມ​ຢາມ​ຈີ​ນ​ແຕ່​ວັນ​ທີ 3-4 ພຶດ​ສະ​ພານີ້. ທ່ານ ລິວ​ເຮີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຈະ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ຄະ​ນ​ະ​ຜູ້​ແທນ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງນີ້​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 2 ພຶດ​ສະ​ພານີ້, ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລືກັນ​ນັ້ນ ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ປະ​ເທດ.

    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ກ່າວ​ວ່າ, ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ 1 ແລະ 2 ໃນ​ໂລກ, ການ​ທີ່​ຈີນ​ແລະ​ອາ​ເມ​ລິ​ກາ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ກັນ ແລະ​ປົກ​ປັກ​ຮັກ​ສາ​ສະ​ພາບ​ລວມ​ແຫ່ງ​ກາ​ນ​ພົວ​ພັນ​ເສ​ດ​ຖະ​ກິດ​ການ​ຄ້າ​ທີ່​ໜັກ​ແໜ້ນ​ລະ​ຫວ່າງ​ສອງ​ປະ​ເທດນັ້ນ ບໍ່​ຕ້ອງ​ສົງ​ໄສວ່າ ມັນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ, ທັງ​ແມ່ນ​ຄວາມ​ຫວັງ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຟື້ນ​ຟູ​ແລະ​ຄວາມ​ໜັກ​ແໜ້ນ​ຂອງ​ເສດ​ຖະ​ກິດ​ໂລກ.