ດາວ​ທຽມ FY-4A ຂອງ​ຈີນ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ
  2018-05-03 16:14:04  cri
    ດາວ​ທຽມ FY-4A ຂອງ​ຈີນໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 1 ພຶດ​ສະ​ພາ​ຜ່ານ​ມາ ໂດຍ​ເລີ່ມ​ສະ​ໜອງ​ຂໍ້​ມູນ​ແລະ​ການ​ບໍ​ລິ​ການ​ໃຫ້​ລູກ​ຄ້າ​ຈີນ​ແລະ​ຕ່າງ​ປະ​ເທດ.

    ເດືອນ​ທັນ​ວາ​ປີ 2016, ຈີນ​ໄດ້​​ຍິງສົ່ງ​ດາວ​ທຽມ​ອຸ​ຕຸ​ນິ​ຍົມ​ແບບ​ສະ​ຖິດ​ກັບ​ທີ່ FY-4A ​ຂຶ້ນ​ສູ່​ກາງ​ຫາວຢ່າງ​ສຳ​ເລັດ​ຜົນ ໂດຍ​ໄດ້​ບັນ​ລຸ​ການ​ຍົກ​ລະ​ດັບ​ທຸ​ລະ​ການຂອງ​ດາວ​ທຽມອຸ​ຕຸ​ນິ​ຍົມ​ແບບ​ສະ​ຖິດ​ກັບ​ທີ່. ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​​ຍິງສົ່ງ​ດາວ​ທຽມ​ອຸ​ຕຸ​ນິ​ຍົມ FY ​ໄດ້ 16 ດວງແລ້ວ ແລະ​ປັດ​ຈຸ​ບັນ​ມີ 9 ດວງ​ພວມ​ໝູນ​ເດີນ​ຕາມ​ວົງ​ໂຄ​ຈອນ. ຂ່າວ​ແຈ້ງວ່າ ດາວ​ທຽມ​ອຸ​ຕຸ​ນິ​ຍົມ FY ໄດ້​ຖືກ​ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ດາວ​ທຽມ​ອຸ​ຕຸ​ນິ​ຍົມ​ແບບ​ປະ​ຍຸກ​ທຸ​ລະ​ການ​ທົ່ວ​ໂລກ ແລະ​ກາຍ​ເປັນ​ສະ​ມາ​ຊິກ​ສຳ​ຄັນ​ຂອງ​ລະ​ບົບ​ວັດ​ແທກ​ໜ່ວຍ​ໂລກ​ແບບ​ສັງ​ລວມ, ຂະ​ນະ​ດຽວ​ກັນ, ກໍ​ແມ່ນ​ດາວ​ທຽມ​ເວນ​ຍາມ​ຂອງ​ກົນ​ໄກ​ກົດ​ບັດ​ໄພ​ພິ​ບັດ​ສາ​ກົນ ເຊິ່ງ​ພວມ​ສະ​ໜອງ​ຂໍ້​ມູນ​ແລະ​ການ​ບໍ​ລິ​ການ​ໃຫ້​ແກ່​ລູກ​ຄ້າ 2500 ແຫ່ງ​ຂອງ​ຈີນ​ແລະ 70 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ.