ນາ​ຍົກ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ຈີນ-ຍີ່​ປຸ່ນ-ສ.ເກົາຫຼີ​ຄັ້ງ​ທີ 7
  2018-05-03 16:20:04  cri
    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ກອງ​ປ​ະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ພຶດ​ສະ​ພານີ້​ວ່າ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈະ​ເດີນ​ທາງ​ໄປ​ຍີ່​ປຸ່ນ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ຈີນ-ຍີ່​ປຸ່ນ-ສ.ເກົາຫຼີ​ຄັ້ງ​ທີ 7 ເຊິ່ງ​ຈະ​ເປີດ​ສະ​ຖາ​ນະ​ການ​ໃໝ່​ແຫ່ງ​ການ​ຮ່ວມ​ມື​3 ​ປະ​ເທດ ແລະ​ປະ​ກອບ​ສ່ວນ​ໃໝ່​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ກ່າວ​ວ່າ, ກອງ​ປະ​ຊຸມ​ຜູ້​ນຳ​ຈີນ-ຍີ່​ປຸ່ນ-ສ.ເກົາ​ຫຼີຄັ້ງ​ທີ 7 ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9 ພຶດ​ສະ​ພານີ້, ທ່ານ ຫຼີ​ເຄີ້​ສຽງ, ທ່ານ ຊິນ​ໂຈະ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ແລະ​ທ່ານ ມຸນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ພົບ​ປະ​ກັບ​ນັກ​ຂ່າວຫຼັງ​ກອງ​ປະ​ຊຸມ ແລະ​ຈະ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ຍີ່​ປຸ່ນ-ສ.ເກົາຫຼີ ທັງ​ກ່າວ​ປາ​ໄສ. ປີ​ໜ້າ, ການ​ຮ່ວມ​ມື​ຈີນ-ຍີ່​ປຸ່ນ-ສ.ເກົາຫຼີ​ຈະ​ຄົບ​ຮອບ 20 ປີ, ເຊື່ອ​ວ່າ, ກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ນີ້ ຈະ​ເປີດ​ສະ​ຖາ​ນະ​ການ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ 3 ​ປະ​ເທດ, ທັງ​ປະ​ກອບ​ສ່ວນ​ໃໝ່​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ກ່າວ​ຕື່ມ​ວ່າ, ປີນີ້​ເປັນ​ປີຄົບ​ຮອບ 40 ປີ​ຂອງ​ການ​ເຊັນ​ສັນ​ຍາ​ສັ​ນ​ຕິ​ພາບ​ມິດ​ຕະ​ພາບ​ຈີນ-ຍີ່​ປຸ່ນ​, ສາຍ​ພົວ​ພັນ​ສອງ​ປະ​ເທດ ໄດ້​ຜະ​ເຊີນ​ໜ້າ​ກັບ​ໂອ​ກາດ​ທີ່​ສຳ​ຄັນ​ໃນ​ການ​ປັບ​ປຸງ​ແລະ​ຂະ​ຫຍາຍ​ຕົວ. ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ສາຍ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ປາ​ກົດ​ມີ​ທ່ວງ​ທ່າ​​ການ​ປັບ​ປຸງ​ດີ​ຂຶ້ນ. ການ​ຢ້ຽມ​ຢາມ​ຂອງ​ທ່ານ ຫຼີ​ເຄີ້​ສຽງ ໃນ​ຄັ້ງ​ນີ້ ແມ່ນ​ການ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການຄັ້ງ​ທຳ​ອິດ​​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໃນ​ຮອບ 8 ປີ​ມານີ້. ພວກ​​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຈະ​ບູ​ລະ​ນະ​ທ່ວງ​ທ່າ​ຂະ​ຫຍາຍ​​ຕົວ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ຊຸກ​ຍູ້ສາຍ​ພົວ​ພັນ​ສອງ​ປະ​ເທດ​ກັບ​ຄືນ​ສູ່​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ເປັນ​ປົກ​ກະ​ຕິ ແລະ​ວາງ​ແຜນ​ການ​ພັດ​ທະ​ນາ​ໃນ​ບາດ​ກ້າວ​ຕໍ່​ໄປ.