ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ເຂດ​ອາຊີ​ຕາ​ເວັນ​ອອກ​ອາດຈະ​ບັນລຸ 5,4%
  2018-05-04 16:11:25  cri

​ໃນ​ໄລຍະ​ກອງ​ປະຊຸມ​ປະຈຳ​ປີ 2018 ຂອງ​ທະນາຄານ​ພັດທະນາ​ອາຊີ ຫຼື ADB, ຫ້ອງການ​ຄົ້ນຄວ້າ​ເສດຖະກິດ​ມະຫາ​ພາກອາ​ຊຽນ +3 (ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ) ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານວິ​ໄສ​ທັດ​ເສດຖະກິດ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ປີ 2018 ຢູ່​ນະຄອນຫຼວງມະນີ​ລາ ປະ​ເທດ​ຟິລິບ​ປິນ​ໃນ​ຕອນ​ເຊົ້າວັນ​ທີ 3 ພຶດສະພາ​ນີ້ ​ໂດຍ​ເຫັນ​ວ່າ: ປີ 2018, ​ເສດຖະກິດ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ມີ​ທ່າ​ອ່ຽງພັດທະນາ​ຢ່າງ​ແຂງ​ແຮງ​ ແລະຈັງຫວະ​ການ​ເຕີບ​ໂຕ​ອາດ​ຈະ​ບັນລຸ​ເຖິງ 5,4% ລື່ນ​ກາຍ​ລະດັບ​ການ​ເຕີບ​ໂຕ​ສະ​ເລ່ຍຂອງ​ທົ່ວ​ໂລກ.

ບົດລາຍ​ງານຊີ້​ວ່າ: ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ເສດຖະກິດ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ພັດທະນາ​ຢ່າງ​ແຂງ​ແຮງ​ນັ້ນ ຄື ​ຄວາມ​ຕ້ອງການ​ພາຍ​ໃນ​ຂອງປະ​ເທດ​ໃນ​ພາກ​ພື້ນ​​ແຂງ​ແຮງຫຼາຍ ​ແລະ​ການ​ສົ່ງ​ອອກ​ກໍ​ເພີ່ມ​ຂຶ້ນ ຂະນະ​ດຽວ​ກັນກໍ​ໄດ້​ປະ​ໂຫຍ​ດຈາກ​ສະພາບ​ແວດ​ລ້ອມ​ໄພ​ເງິນ​ເຟີ້​ທີ່​ຮັກສາ​ລະດັບຄວາມ​ໝັ້ນທ່ຽງ. ຂະນະ​ທີ່​ກຸ່ມ​ເສດຖະກິດ​ໃຫຍ່ ຄື ຈີນ ​ແລະ ຍີ່ປຸ່ນ ​ລ້ວນ​ແຕ່​ຈະ​ຮັກສາ​ທ່ວງທ່າ​ການ​ເຕີບ​ໂຕ​ທີ່​ຂ້ອນ​ຂ້າງ​ແຂງ​ແຮງ.

ບົດ​ລາຍ​ງານ​ຍັງ​ຊີ້​ຕື່ມ​ວ່າ: ປີ 2018, ການ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ຈະ​ປະ​ເຊີນ​ຄວາມ​ສ່ຽງ​ຕ່າງໆ ​ເຊິ່ງຄວາມ​ສ່ຽງຕົ້ນຕໍ​ຄື ທະນາຄານ​ກາງ​ອາ​ເມ​ລິ​ກາ​ປັບ​ດອກ​ເບ້ຍຂຶ້ນ​ໄວ​ເກີນ​ໄປ ອາດ​ຈະ​ພາ​ໃຫ້​ເກີດພາວະ​ເງິນຝືດ​ໃນ​ທົ່ວ​ໂລກ, ນະ​ໂຍບາຍ​ລັດທິປົກ​ປ້ອງ​ການ​ຄ້າອາດ​ຈະ​ພາ​ໃຫ້​ສະຖານະ​ການ​ການ​ຄ້າ​ທົ່ວ​ໂລກ​ເຄັ່ງ​ຕຶງ​ຍິ່ງ​ຂຶ້ນ, ວິ​ກິດ​ການ​ການ​ເມືອງ​ພູມິ​ພາກ, ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ຕ່ຳ​ກວ່າ​ລະດັບ​ຄາດໝາຍ, ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ໃນ​ຕໍ່ໜ້າ​ຕ່ຳ​ກວ່າ​ລະດັບ​ຄາດໝາຍ​ ແລະທຶນຮອນ​ໄຫຼອອກຈາກ​ພາກ​ພື້ນ​ຕົນ.