ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ປາ​ໄສ​ສຳຄັນ​ໃນພິທີລະນຶກ​ວັນ​ເກີດ​ຂອງ​ທ່ານ​ມາກ​ຄົບຮອບ 200 ປີ
  2018-05-04 17:54:20  cri

ພິທີລະນຶກ​ວັນ​ເກີດ​ຂອງ​ທ່ານ​ຄານ ມາກ​ຄົບຮອບ 200 ປີ ​ໄດ້​ຈັດ​ຂຶ້ນຢ່າງ​ສະຫງ່າ​ຜ່າ​ເຜີຍ ຢູ່ນະຄອນຫຼວງປັກ​ກິ່ງ​ໃນ​ຕອນ​ເຊົ້າວັນ​ທີ 4 ພຶດສະພາ​ນີ້ ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມມູນິດ​ຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ເຂົ້າຮ່ວມ ​ແລະ​ກ່າວ​ປາ​ໄສ​ສຳຄັນ ​ໂດຍ​ເນັ້ນວ່າ: ພວກ​​ເຮົາ​ລະນຶກ​​ເຖິງທ່ານຄານ ​ມາກ ກໍ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ນັກ​ແນວ​ຄິດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ​ມວນມະນຸດ ​ແລະສະ​ແດງ​ໃຫ້​ເຫັນ​ເຖິງ​ສັດທາ​ອັນ​ແນ່​ວ​ແນ່​ຂອງ​ພວກ​ເຮົາ​ທີ່​ມີ​ຕໍ່​ສັດຈະທຳ​ອັນ​ມີວິທະຍາສາດ​ຂອງ​ລັດທິ​ມາກ. ລັດທິ​ມາກ​ແມ່ນ​ແນວ​ຄິດ​ຊີ້​ນຳ​ຂອງ​ພັກ​ແລະ​ລັດ​ພວກ​ເຮົາ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ​ແມ່ນ​ອາວຸດ​ດ້ານ​ແນວ​ຄິດ​ທີ່​ເຂັ້ມ​ແຂງ​ຂອງ​ພວກ​ເຮົາ​ໃນ​ການ​ຮັບ​ຮູ້​ໂລກ, ກຳ​ແໜ້ນ​ກົດ​ເກນ, ສະ​ແຫວ​ງຫາ​​ສັດຈະທຳ ​ແລະ​ດັດ​ສ້າງ​ໂລກ. ​ໃນ​ຍຸກ​ໃໝ່​ນີ້, ຊາວກອມ​ມູນິດ​ຈີນຈະ​ຕ້ອງ​ສືບ​ຕໍ່​ຮຽນ​ນຳທ່ານມາກ ຮຽນ​ແລະ​ນຳ​ເອົາ​ລັດທິ​ມາກ​ໄປ​ປະຕິບັດ​ຕົວ​ຈິງ, ຊູ​ຄັນ​ທຸງ​ລັດທິ​ມາກ​ທີ່​ຍິ່ງ​ໃຫຍ່​ໃຫ້​ສູງ, ຖອດ​ຖອນ​ສະຕິ​ປັນຍາທາງ​ວິທະຍາສາດ ​ແລະກຳລັງ​ທິດ​ສະ​ດີ​ຈາກ​ລັດທິ​ມາກ​ຢ່າງ​ບໍ່​ຢຸດ​ຢັ້ງ ມີ​ສະມາທິຫຼາຍກວ່າ​ເ​ກົ່າ, ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງຫຼາຍກວ່າ​ເກົ່າ ​ແລະ​ມີ​ສະຕິ​ປັນຍາ​ຢ່າງ​ຍິ່ງ​ເພື່ອ​ຍຶດໝັ້ນ ​ແລະ​ພັດທະນາ​ສັງຄົມ​ທິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ​ໃຫ້ສະພາບ​ທີ່​ດີງາມຂອງ​ສັງຄົມ​ມະນຸດ​ຕາມ​ຈິນຕະນາການ​ຂອງ​ທ່ານ​ມາກ ​ແລະທ່ານ​ອັງ​ແກນນັ້ນ ປາກົດ​ຕົວຢ່າງ​​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີວິດ​ຊີວາ​ບົນ​ແຜ່ນດິນ​ຈີນ​ທີ່​ກວ້າງ​ໃຫຍ່ຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ຄຳ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິ​ງ ​ເນັ້ນວ່າ: ລັດທິ​ມາກ​ແມ່ນ​ທິດ​ສະ​ດີ​ທີ່​ມີ​ວິທະຍາສາດ ​ໄດ້​ເປີດ​ເຜີຍ​ກົດ​ເກນ​ການ​ພັດທະນາ​ຂອງ​ສັງຄົມ​ມະນຸດ. ລັດທິ​ມາກ​ແມ່ນ​ທິດ​ສະ​ດີ​ຂອງ​ປະຊາຊົນ ​​ໂດຍ​ໄດ້ສ້າງ​ລະບົບ​ແນວ​ຄິດ​ທີ່ປະຊາຊົນ​​ບັນລຸ​ການ​ປົດ​ປ່ອຍ​ຕົນ​ເອງ​ເປັນຄັ້ງທຳ​ອິດ. ລັດທິ​ມາກ​ແມ່ນ​ທິດ​ສະ​ດີ​ຜ່ານ​ການ​ລົງປະຕິບັດ​ຕົວ​ຈິງ ​ແລະ​​ຊີ້​ນຳການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຊົນ​ໃນ​ການ​ດັດ​ສ້າງ​ໂລກ. ລັດທິ​ມາກ​ແມ່ນ​ທິດ​ສະ​ດີ​ແບບ​ເປີດ​ກວ້າງ​ແລະ​ມີ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈະ​ຢືນ​ຢູ່​ແຖວ​ໜ້າ​ແຫ່ງ​ຍຸກ​ສະ​ໄໝ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.

ທ່ານ​ສີ​ຈິ້ນ​ຜິ​ງ ຍັງ​ເນັ້ນຕື່ມວ່າ: ລັດທິ​ມາກ​ບໍ່​ພຽງ​ແຕ່​ໄດ້​ປ່ຽນ​​ແປງ​ໂລກ​ຢ່າງ​ເລິກ​ເຊິ່ງ​ເທົ່າ​ນັ້ນ ​ແຕ່​ກໍ​ໄດ້​ປ່ຽນ​ແປງ​ຈີນ​ຢ່າງ​ເລິກ​ເຊິ່ງ​ເຊັ່ນ​ດຽວ​ກັນ. ພຶດຕິ​ກຳ​ຕົວ​ຈິງ​ໄດ້​ຢັ້ງຢືນ​ວ່າ ລັດ​ທິມາກ ​ໄດ້​ສະໜອງ​ອາວຸດ​ທາງແນວ​ຄິດ​ອັນ​ເຂັ້ມ​ແຂງ​ໃຫ້ການ​ປະຕິວັດ, ການ​ກໍ່ສ້າງ ​ແລະ ການ​ປະຕິ​ຮູບ​ຂອງ​ຈີນ ​ເຮັດ​ໃຫ້​ຈີນ​ທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ເກົ່າ​ແກ່​ຢູ່​ພາກ​ຕາ​ເວັນ​ອອກ​ສາມາດ​ສ້າງ​ຄວາມ​ມະຫັດສະຈັນ​ດ້ານ​ການ​ພັດທະນາ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດສາດ​ມວນມະນຸດ. ປະຫວັດສາດ ​ແລະ​ປະຊາຊົນ​ເລືອກ​ເອົາ​ລັດທິ​ມາກ​ແມ່ນການ​ຕັດສິນ​ໃຈ​ທີ່​ຖືກຕ້ອງ​ສົມບູນ, ພັກ​ກອມ​ມູນິດ​ຈີນ​​ຂຽນ​ລັດທິ​ມາກ​ລົ​ງ​ໃສ່​ຄັນ​ທຸງ​ຂອງ​ຕົນ​ແມ່ນ​ຖືກຕ້ອງ​ຢ່າງ​ສົມບູນ, ການ​ຍຶດໝັ້ນຫຼັກມູນ​ພື້ນຖານ​ຂອງ​ລັດທິ​ມາກ​ປະສານ​ສົມທົບ​ກັບ​ສະພາບຕົວ​ຈິງ​ທີ່​ລະອຽດ​ຂອງ​ຈີນ ​ແລະ​ຊຸກຍູ້​ໃຫ້​ລັດທິ​ມາກ​ຫັນ​ເປັນ​ແບບ​ຈີນ​ແລະ​ພັດທະນາ​ຕາມ​ຍຸກ​ສະ​ໄໝ​ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ​ແມ່ນ​ຖືກຕ້ອງ​ຢ່າງ​ສົມບູນ.

ທ່ານ​ສີ​ຈິ້ນ​ຜິ​ງ ​ເນັ້ນຕື່ມ​ອີກ​ວ່າ: ພັກ​ກອມ​ມູນິດ​ຈີນ​ແມ່ນ​ພັກ​ການ​ເມືອງ​ທີ່​ປະກອບ​ດ້ວຍ​ລັດທິ​ມາກ, ລັດທິ​ມາກ​ແມ່ນ​ວິນ​ຍານ​ແຫ່ງ​ຄວາມສັດທາ​ແລະ​ອຸດົມ​ການ​ຂອງຊາວ​ກອມ​ມູນິດ​ຈີນ. ຊີວິດຊີວາ​ຂອງ​ທິດ​ສະ​ດີ​​ແມ່ນຢູ່​ກັບການ​ເສີມ​ເຕີມຕໍ່​ໃໝ່​ຢ່າງ​ຕໍ່​ເນື່ອງ ​ແລະ​ການ​ຊຸກຍູ້​​ໃຫ້ລັດທິ​ມາກ​​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ແມ່ນພັນທະ​ກຳ​ທີ່​ສູງ​ສົ່ງ​ແລະ​ມີ​ກຽດ​ສະຫງ່າ​ຂອງ​ຊາວ​ກອມ​ມູນິດ​ຈີນ.