ຈີນ​ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຮ່ວມ​ກັນ
  2018-05-04 11:31:20  cri
ຕາມ​ຂ່າວ CRI: ວັນ​ທີ 3 ພຶດ​ສະ​ພາ​ນີ້, ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງວ່າ, ນັບ​ແຕ່​ຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ເປັນ​ເວ​ລາ 5 ປີ​ຜ່ານ​ມາ, ໄດ້​ເຮັດ​ໃຫ້​ປະ​ເທດ​ແລະ​ເຂດ​ແຄວ້ນ​ຮັບ​ຜົນ​ປະ​ໂຫຍດ​ນັບ​ມື້​ນັບ​ຫຼາຍ. ຈີນຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ປະ​ເທດ​ຮ່ວມ​ກັນສ້າງ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ",​ເພື່ອ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ທີ່​ມີການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຮ່ວມ​ກັນ.

ຫວ່າງ​ມໍ່ໆ​ມາ​ນີ້, ​ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມການ​ພົວ​ພັນນູ​ແວັນ​ເຊ​ລັງ-ຈີນ​ຂອງ​ນູ​ແວັນ​ເຊ​ລັງ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຄົ້ນ​ຄວ້າຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ສະ​ບັບ​ໜຶ່ງ ໂດຍ​ຊີ້​ວ່າຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ ສົມ​ເປັນ "ໂຄງ​ການ​​ແຫ່ງສະ​ຕະ​ວັດ", ເຊິ່ງ​ຈະ​ສ້າງ​ໂອ​ກາ​ດ​ຢ່າງ​ຫຼວງ​ຫຼາຍ. ຖ້າ​ນູ​ແວັນ​ເຊ​ລັງ​ບໍ່​ເຂົ້າ​ຮ່ວມ​ຢ່າງ​ທັນ​ການ ກໍ່​ຈະ​ເສຍ​ໂອ​ກາດ​ທີ່​ດີ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພຶດ​ສະ​ພາ​ນີ້, ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢີງ ກ່າວ​ຕໍ່​ເລື່ອງ​ນີ້​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ມີ​ແຫຼ່ງ​ກຳ​ເນີດ​ຈາກ​ຈີນ ແຕ່​ໂອ​ກາດ​ແລະ​ໝາກ​ຜົນເປັນ​ຂອງ​ທົ່ວ​ໂລກ.

ຕາມ​ສະ​ຖິ​ຕິ​ຈາກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ, ປັດ​ຈຸ​ບັນ, ຈີນ​ໄດ້​ສ້າງ​ເຂດ​ ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຢູ່​​ປະ​ເທດ​​ທີ່​ລຽບຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" 75 ແຫ່ງ. ແຕ່​ປີ 2013 ຫາ​ປີ 2017, ຍອດ​ມູນ​ຄ່າ​ການ​ຄ້າ​​ລະ​ຫວ່າງ​ຈີນ-ປະ​ເທດ​ທີ່​ລຽບຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໄດ້​ມີ​ເຖິງ 33.200 ຕື້ຢວນ, ເພີ່ມ​ຂຶ້ນ 4% ສະ​ເລ່ຍ​ຕໍ່​ປີ, ສູງກວ່າ​ຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​ສະ​ເລ່ຍ​ຕໍ່​ປີ​ຂອງ​ການ​ຄ້າ​ກັບຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ໄລ​ຍະ​ດຽວ​ກັນ.