ທ່ານ​ບຸ​ເຟັດ​ກ່າວ​ວ່າ​ການ​ພັດ​ທະ​ນາ​ຂອງ​ຈີນ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ
  2018-05-05 14:37:23  cri
ວັນ​ທີ 4 ພຶດ​ສະ​ພາ​ນີ້, ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ນັກ​ລົງ​ທຶນ​ຈີນ​ອາ​ເມ​ລິ​ກາ​ທີ່​ຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ, ທ່ານ​ໂວ​ເຣນ ບຸ​ເຟັດ, ນັກ​ລົງ​ທຶນ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ຈີນ​ໃນຫຼາຍ​ສິບ​ປີ​ຜ່ານ​ມາ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ, ບໍ​ລິ​ສັດ​ຂອງ​ຕົນຈະ​ເປີດກວ້າງ​ການ​ລົງ​ທຶນ​ຢູ່​ຈີນ.

ຂະ​ນະ​ທີ່​ເວົ້າ​ເຖິງ​ເສດ​ຖະ​ກິດ​ຈີນ, ທ່ານ​ບຸ​ເຟັດ​ກ່າວ​ວ່າ, ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ຈີນ​ຕົ້ນ​ຕໍ​​ຂຶ້ນ​ກັບ​ການ​ຂຸດ​ຄົ້ນ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຊາວ​ຈີນ​ຢ່າງ​ສຳ​ເລັດ​ຜົນ, ຖ້າ​ປະ​ເທດ​ໃດ​ໜຶ່ງ​ຢາກ​ພັດ​ທະ​ນາ​ຄື​ຈີນ​ນີ້​ກໍ​ຕ້ອງ​ອອກ​ແຮງ​ຂຸດ​ຄົ້ນ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊ​າ​ຊົນ. ທ່ານ​ກ່າວ​ວ່າ, ຊາວ​ຈີນ​ສະຫຼາດ ແລະ​ດຸ​ໝັ່ນ, ຈະ​ມີ​ອະ​ນາ​ຄົດ​ອັນ​ສົດ​ໃສ​ໃນ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ທ່ານ​ກ່າວ​ຕື່​ມ​ວ່າ, ບໍ​ລິ​ສັດ​ຂອງ​​ຕົນຈະ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຕໍ່​​ກຸ່ມ​ເສດ​ຖະ​ກິດ​ທີ່​ມີ​​ຂະ​ໜາດ​ຫ​ໃຫຍ່ ແລະ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ເຕີບ​ໂຕ​ທີ່​ເຂັ້ມ​ແຂງ​ຄື​ປະ​ເທດ​ຈີນ.