ການ​ປະ​ທະ​ກັນ​ລະ​ຫວ່າງ​ອິ​ສ​ຣາ​ແອນ-ປາ​ແລັ​ສ​ຕິນ​ເຮັດ​ໃຫ້​ຊາວ​ປາ​ແລັ​ສ​ຕິນ 1000 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ
  2018-05-05 14:13:31  cri
ວັນ​ທີ 4 ພຶດ​ສະ​ພາ​ນີ້, ຊາວ​ປາ​ແລັ​ສ​ຕິນ ໄດ້​ເດີນ​ຂະ​ບວນ​ປະ​ທ້ວງ​ການ​ຍຶດ​ຄອງ​ຂອງ​ອິ​ສ​ຣາ​ແອນ ຢູ່ຫຼາຍ​ທ້ອງ​ຖິ່ນ​ ແລະ​ທະ​ຫານ​ອິ​ສ​ຣາ​ແອນ​ໄດ້​ຍິງ​ປືນຫຼື​​ຍິງ​ແກັ​ສ​ນ້ຳ​ຕາ​ສະຫຼາຍ​ຜູ້​ປະ​ທ້ວງ. ຕາມ​ສະ​ຖິ​ຕິ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປາ​ແລັ​ສ​ຕິນ, ເຫດ​ການ​ປະ​ທະ​ກັນ​ໃນ​ວັນ​ດຽວ​ກັນ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ຊາວ​ປາ​ແລັ​ສ​ຕິນ​ 1143 ​ຄົນ​ໄດ້​ຮັບ​ບາດ​ເຈັບ,ໃນ​ນີ້ 3 ຄົນ​ບາດ​ເຈັບ​ສາ​ຫັດ.

ເຫດ​ການ​ປະ​ທະ​ກັນ​ທີ່​ຮຸນ​ແຮງ​ທີ່​ສຸດ​ເກີດ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ພາ​ກ​ຕາ​ເວັນ​ອອກ​ເຂດ​ກາ​ຊາ​ທີ່​ຕໍ່​ແດນ​ກັບ​ອິ​ສ​ຣາ​ແອນ, ຜູ້​ປະ​ທ້ວງ​ຊາວ​ປາ​ແລັ​ສ​ຕິນຫຼາຍ​ຮ້ອຍ​ຄົນ​ໄດ້​ຈູດ​ເຜົາ​ຕີນ​ລົດ​ເກົ່າ ທັງ​ດຶກ​ກ້ອນ​ຫີນ​ໃສ່​ທະ​ຫານ​ອິ​ສ​ຣາ​ແອນ​ທີ່​ເຝົ້າ​ປະ​ຈຳ​ປ້ອງ​ກັນ​ຊາຍ​ແດນ ແລະ​ທະ​ຫານ​ອິ​ສ​ຣາ​ແອນ​ໄດ້​ຍິງ​ແກັ​ສ​ນ້ຳ​ຕາຫຼື​ຍິງ​ປືນ​ໃສ່​ກຸ່ມ​ຄົນ​ປະ​ທ້ວງ.

ວັນ​ທີ 30 ມີ​ນາ​ຜ່ານ​ມາ,  ຊາວ​ປາ​ແລັ​ສ​ຕິນ​ໄດ້​ເປີດ​ການ​ເດີນ​ຂະ​ບວນ​ປະ​ທ້ວງເພື່ອ​ສິດ​ກັບ​ຄືນ​ບ້ານ​ເມືອງ​ຢູ່​ເຂດ​ຊາຍ​ແດນ​ກາ​ຊາ. ໃນ​ໄລ​ຍະເດືອນກວ່າ​ມາ​ນີ້, ຊາວ​ປາ​ແລັ​ສ​ຕິນ​ກັບ​ທະ​ຫານ​ອິ​ຣາ​ແອນ​ໄດ້​ປະ​ທະ​ກັນ​ເປັນ​ປະ​ຈຳ​ຢູ່​ເຂດ​ຊາຍ​ແດນ ສົ່ງ​ຜົນ​ເຮັດ​ໃຫ້​ຊາວ​ປາ​ແລັ​ສ​ຕິນ​ເສຍ​ຊີ​ວິດ​ແລະ​ບາ​ດ​ເຈັບ. ຕາມ​ຂ່າວ​ແຈ້ງວ່າ: ການ​ເດີນ​ຂະ​ບວນ​ປະ​ທ້ວງ​ເພື່ອ​ສິດ​ກັບ​ຄືນ​ບ້ານ​ເມືອງ​ຈະ​ດຸ​ເດືອດ​ສຸດ​ໃນ​ວັນທີ 15 ພຶດ​ສະ​ພາ​ນີ້ ທີ່​ເປັນ​ວັນ​ລະ​ນຶກ​ຄວາມ​ພິ​ນາດ​ປາ​ແລັ​ສ​ຕິນ​ຄົບ​ຮອບ 70 ປີ.