ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ຫວັງ​ວ່າ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກຫຼີ​ເຄີ້​ສຽງ​ຈະ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ຕື່ມ​ອີກ
  2018-05-05 14:41:44  cri
ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ໂຈ​ໂກ ​ວິ​ໂດ​ໂດ ປະ​ທ​າ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 6-8 ພຶດ​ສະ​ພາ​ນີ້. ທ່ານ​ລູ​ຮຸດ ບິນ​ຊາ ປານ​ໄຈ​ທັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປະ​ສານ​ງານວຽກ​ທາງ​ທະ​ເລ​ອິນ​ໂດ​ເນ​ເຊຍ​ຢືນ​ຢັນ​ວ່າ: ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ໂກ ວິ​ໂດ​ໂດ​ໃຫ້​ຄວາ​ມ​ສຳ​ຄັນ​ສູງ​ຕໍ່​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ຫຼີ​ເຄີ້​ສຽງ, ຫວັງ​ວ່າ​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ ເພື່ອ​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ລົງ​ທຶນ.

ໃນ​ໄລ​ຍະ​ທ່ານ​ຫຼີ​ເຄີ້​ສຽງ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ, ສອງ​ປະ​ເທດ​ຈະ​ເຊັນ​ສັນ​ຍາ​ຮ່ວມ​ມືຫຼາຍ​ສະ​ບັບ​ເຊິ່ງ​ກ່ຽວ​ພັນ​ເຖິງຫຼາຍ​ຂົງ​ເຂດ​ເປັນ​ຕົ້ນ ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ,​ທຸ​ລະ​ກິດ​ເອ​ເລັກ​ໂຕ​ຣ​ນິກ,ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ແລະ​ອື່ນໆ. ທ່ານ​ລູ​ຮຸດ​ກ່າວ​ຕໍ່​ເລື່ອງ​ນີ້​ວ່າ: ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ-ຈີນ​ມີ​ການ​ຊ່ວ​ຍ​ຊູ​ຍູ້​ໜູນ​ກັນຫຼາຍ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກຫຼີ​ເຄີ້​ສຽງ​ເທື່ອ​ນີ້​ຈະ​ນຳ​ເອົາ​ໂອ​ກາດ​ໃໝ່​ມາ​ສູ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ເຕັກ​ນິກ​ລະ​ຫວ່າງ​ສອງ​ປະ​ເທດ.