ອົງການ​ຈັດຕັ້ງທາງ​ສັງຄົມ​ໄທ​ໂຮມ​ຊຸມນຸມ​ເພື່ອ​ຮຽກຮ້ອງ​ດຳ​ເນີນການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ປີ​ນີ້
  2018-05-06 16:13:22  cri

ຕອນ​ບ່າຍ​ວັນ​ທີ 5 ພຶດສະພາ​ນີ້, ປະຊາຊົນ​ໄທ​ຈຳນວນຫຼວງຫຼາຍ ​ໄດ້​ໂຮມ​ຊຸມນຸມ​ຢູ່​ໃນ​ມະຫາ​ວິທະຍາ​​ໄລທຳ​ມະ​ສາດ ນະຄອນຫຼວງບາງກອກ ປະ​ເທດ​ໄທ ​ເພື່ອ​ຮຽກຮ້ອງ​ໃຫ້​ລັດຖະບານ​ໄທ​ດຳ​ເນີນການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ປີ​ນີ້​ຕາມ​ສັນຍາ​ທີ່​ໄດ້​ໃຫ້​ໄວ້.

ການ​ໂຮມ​ຊຸມນຸມ​ເທື່ອ​ນີ້​ຈັດ​ຂຶ້ນ​ໂດຍ​ອົງການ​ຈັດຕັ້ງທາງ​ສັງຄົມ​ທີ່​ມີ​ຊື່ວ່າ "ພວກ​ເຮົາ​ຕ້ອງການ​ຂະ​ບວນການ​ລົງ​ຄະ​ແນນ​ສຽງ" ​ໂດຍທ່ານຣັງສີມັນ ​ໂຣມ ຜູ້​ຮັບຜິດຊອບ​ອົງການ​ດັ່ງກ່າວ ກ່າວ​ວ່າ: ອົງການ​ຕົນ​ໄດ້​ເຕົ້າ​ໂຮມ​ກຳລັງ​ມະຫາຊົນ​ທີ່​ຫວັງ​​ໃຫ້​ດຳ​ເນີນ​ການ​ເລືອກ​ຕັ້ງທົ່ວ​ໄປ ​ແລະ ການ​ໂຮມ​ຊຸມນຸມ​ເທື່ອ​ນີ້​ຕົ້ນຕໍ​ມີ​ຂໍ້​ຮຽກຮ້ອງ 3 ຂໍ້ ຄື ໜຶ່ງ, ຮຽກຮ້ອງ​ໃຫ້​ດຳ​ເນີນ​ການ​ເລືອງຕັ້ງທົ່ວ​ໄປ​ກ່ອນ​ເດືອນ​ພະຈິກ​ປີ​ນີ້​ຕາມ​ສັນຍາ​ທີ່​ລັດຖະບານ​ໄດ້​ໃຫ້​ໄວ້ ສອງ, ຄວນ​ຍຸບ​ຄະນະ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ​ທີ່​ສ້າງຕັ້ງຂຶ້ນຫຼັງການລັດຖະປະຫານເມື່ອ​ປີ 2014 ນັ້ນ​ໂດຍ​ໄວ ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ຄະນະ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ​ເຂົ້າ​ແຊກ​ແຊງ​ເສລີພາບ​ຂອງ​ການ​ເລືອກ​ຕັ້ງທົ່ວ​ໄປ ​ແລະ ສາມ, ​ເຈົ້າໜ້າ​ທີ່​ທະຫານ​ບໍ່​ຄວນ​ສືບ​ຕໍ່​ສະໜັບສະໜູນ​ໃຫ້​ຄະນະ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ​ກຳ​ອຳນາດ​ຕໍ່​ໄປ.