ກຳ​ປູ​ເຈຍ​ເກີດ​ເຫດ​​ຊາວ​ບ້ານຖືກ​ພິດ​ມີ 6 ຄົນ​ເສຍ​ຊີ​ວິດ
  2018-05-06 14:43:20  cri
ທ່ານ​ອົມພີ ຮອງ​ຫົວ​ໜ້າ​ສະ​ຖາ​ນີ​ຕຳ​ຫຼວດ​ແຂວງ​ເຄ​ຣ​ເທຍທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ປະ​ເທດ​ກຳ​ປູ​ເຈຍ​ກ່າວ​ໃນ​ວັນ​ທີ 5 ພຶດ​ສະ​ພາ​ນີ້​ວ່າ, ເມືອງ​ຊິດ​ໂບ​ເຣ​ແຂວງ​ເຄຼ​ເຣ​ເທຍ​ໄດ້​ເກີດ​ເຫດຊາວ​ບ້ານ​ຖືກ​ພິດ, ສົ່ງ​ຜົນ​ເຮັດ​ໃຫ້​ 6 ຄົນ​ເສຍ​ຊີ​ວິດ 52 ຄົນ​ຖືກ​ສົ່ງ​ໄປປິ່ນ​ປົວ​ຢູ່​ໂຮງ​ໝໍ.

ທ່ານ​ອົມ​ພີ ກ່າວຕື່ມ​ວ່າ, ຜູ້​ຖືກ​ພິດ​ລ້ວນ​ແຕ່​ມີ​ອາ​ການ​ເຈັບ​ອ​ເອິກ, ວິ່ນ​ຫົວ, ​ບວດຮາກ, ເຈັບ​ທ້ອງ​ແລະ​ອື່ນໆ, "ປັດ​ຈຸ​ບັນ​ແມ່ນ​ລະ​ດູ​ຝົນ, ຂ້າ​ພະ​ເຈົ້າ​ສົງ​ໄສ​ຝົນ​ຕົກ​ຫຼາ​ຂ​ມື້​ຜ່ານ​ມາ​ເຮັດ​ໃຫ້​ນ້ຳ​ບົນ​ສານ​ຂ້າ​ແມງ​ບົ້ງ​ໃນ​ນາ​ໄຫຼ​ເຂົ້າ​ຮ່ອງ​ນ້ຳ, ເຮັດ​ໃຫ້​ແຫຼ່ງ​ນ້ຳ​ດື່ມ​ຖືກ​ມົນ​ລະ​ພິດ."