ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ກາ​ນາ​ດາ​ເຄື່ອນ​ໄຫວ​ລ່າ​ລາຍ​​ເຊັນ​​ຮຽກ​ຮ້ອງໃຫ້​ລັດ​ຖະ​ບານ​​ກຳ​ນົດ​ວັນ​ລະ​ນຶກ​​ເຫດການ​ສັງ​ຫານ​ໝູ່​ນານ​ກິ່ງ
  2018-05-06 15:27:22  cri
ວັນ​ທີ 4 ພຶດ​ສະ​ພາ​ນີ້​ຢູ່ນະ​ຄອນ​ເວີນ​ໂກວາປະ​ເທດ​ກາ​ນາ​ດາ, ທ່ານ​ນາງ​ເຈ​ນີ ​ຄວນ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ກາ​ນາ​ດາ​ເຊື້ອ​ສາຍ​ຈີນ​ໄດ້ເຄື່ອນ​ໄຫວລ່າ​ລາຍ​ເຊັນ​ເພື່ອ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ກາ​ນາ​ດາ​​ກຳ​ນົດ​ເອົາ​ວັນ​ທີ 13 ທັນ​ວາ​ເປັນ​ວັນ​ລະ​ນຶກ​​ເຫດການ​ສັງ​ຫານ​​ໝູ່​ນານ​​ກິ່ງ.

ທ່ານ​ນາງ​ເຈ​ນີ ​ຄວນ ກ່າວ​ວ່າ, ​ການຮຽກ​ຮ້ອງ​ໃຫ້​​ກຳ​ນົດ​ວັນ​ລະ​ນຶກ​ເຫດ​ການ​ສັງ​ຫານ​ໝູ່ນານ​ກິ່ງແມ່ນ​ພົວ​ພັນ​ເຖິງ​ຫຼາຍ​ພັກ​ການ​ເມືອງ, ເພື່ອ​ລະ​ນຶກ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ການ​ສັງ​ຫານ​​ໝູ່​ນານ​ກິ່ງ, ​ແລະຮັບ​ປະ​ກັນ​ບໍ່​ໃຫ້​ເກີດ​ເຫດ​ການ​ຄວາມ​ຮຸນ​ແຮງຄ້າຍ​ຄື​ກັນ​ນີ້​ອີກ, ​ພ້ອມ​ທັງ​ເຮັດ​ໃຫ້​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ​ບໍ່​ຖືກ​ຫຼົງ​ລືມ.