ວິ​ສາ​ຫະກິດ​ຕ່າງປະ​ເທດ​​ຢູ່​ຈີນຄວນ​ເຄົາລົບ​ອະທິປະ​ໄຕ ​ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ຈີນ
  2018-05-07 17:23:40  cri
ວັນ​ທີ 6 ພຶດສະພາ​ນີ້, ທ່ານ​ເກີ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ວິ​ສາ​ຫະກິດ​ຕ່າງ​ປະ​ເທດ​ທີ່​​ດຳ​ເນີນ​ທຸລະ​ກິດຢູ່​ຈີນຄວນ​ເຄົາລົບ​ອະທິປະ​ໄຕ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ຈີນ.

ນັກ​ຂ່າວ​ຖາມ​ວ່າ: ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍຕຳ​ໜິຕິຕຽນ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ທີ່​ຮຽກຮ້ອງ​ວິ​ສາ​ຫະກິດຕ່າງປະ​ເທດ​ບໍ່​ສາມາດຂຽນເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ​ແລະ​ມາ​ເກົາ ​ແລະ​ເຂດ​ໄຕ້​ຫວັນ​ເປັນ "ປະ​ເທດ" ​ໃນ​ເວັບ​ໄຊ ຫຼື ສິ່ງ​ພິມ​ໂຄສະນາຂອງ​ຕົນ, ຕໍ່​ເລື່ອງ​ນີ້ ຝ່າຍ​ຈີນ​ຈະມີ​ຄຳ​ເຫັນ​ແນວ​ໃດ?

ທ່ານ​ເກີ​ງສວງ​ກ່າວ​ວ່າ: ​ບໍ່​ວ່າ​​ອາ​ເມ​ລິ​ກາ​ເວົ້າ​ຫຍັງ​ກໍ​ຕາມ, ກໍ​ບໍ່​ສາມາດ​ປ່ຽນຄວາມ​ເປັນ​ຈິງ​ທາງ​ພາວະ​ວິ​ໄສ​ທີ່​ມີປະ​ເທດ​ຈີນ​ດຽວ​ໃນ​ໂລກ ​ແລະ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ​ແລະ​ມາ​ເກົາພ້ອ​​ມດ້ວຍ​ເຂດ​ໄຕ້​ຫວັນ​ເປັນ​ຜືນ​ແຜ່ນດິນ​ຂອງ​ຈີນ​ທີ່​ບໍ່​ສາມາດ​​ແຍກ​ອອກ​ຈາກ​ຈີນ​ໄດ້​ຢ່າງ​ເດັດຂາດ.

ທ່ານ​ກ່າວ​ຕື່ມ​ວ່າ: ຈີນ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຕາມ​ຫຼັກການ​ທີ່​​ປະ​ເທດ​ຈີນ​ດຽວ. ວິ​ສາ​ຫະກິດ​ຕ່າງປະ​ເທດ​ທີ່ດຳ​ເນີນ​ທຸລະ​ກິດຢູ່​ຈີນ​ຄວນ​ເຄົາ​ລົບ​ອະທິປະ​ໄຕ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ, ປະຕິບັດ​ຕາມ​ກົດໝາຍ​ຂອງ​ຈີນ ​ແລະ​ເຄົາລົບ​ນັບຖື​ຄວາມ​ຮູ້ສຶກ​​ຂອງ​ປະຊາຊົນ​ຈີນຕໍ່​ປະ​ເທດ​ຊາດ.