ທູດ​ພິ​ເສດ​ຂອງ​ຈີນ​ປຶກ​ສາ​ຫາ​ລື​ສະ​ຖາ​ນະ​ການ​ຕາ​ເວັນ​ອອກ​ກາງ​ກັບ​ເຈົ້າ​ໜ້າ​ທີ່​ຊາ​ອຸດ​ອາ​ຣັບ​ບີ
  2018-05-07 16:11:19  cri
    ວັນ​ທີ 6 ພຶດ​ສະ​ພານີ້, ທ່ານ ກົ່ງ​ສຽວ​ເຊິ່ງ ທູດ​ພິ​ເສດ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຂອງ​ຈີນ​ທີ່​ພວມ​ຢ້ຽມ​ຢາມ​ຊາ​ອຸດ​ອາ​ຣັບ​ບີ ໄດ້​ເຈ​ລະ​ຈາ​ກັບ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຊາ​ອຸດ​ອາ​ຣັບ​ບີ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຕາ​ເວັນ​ອອກ​ກາງ.

    ໃນ​ໂອ​ກາດ​ພົບ​ປະ​ກັບ​ທ່ານ ຈາ​ມານ ອາ​ກິວ ຮອງ​ລັດ​ຖະ​ມົນ​ຕີ​ວຽກ​ງານ​ການ​ເມືອງ​ແລະ​ເສດ​ຖະ​ກິດ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊາ​ອຸດ​ອາ​ຣັບ​ບີ, ທ່ານ ກົ່​ງ​ສຽວ​ເຊິ່ງ ກ່າວ​ວ່າ, ປັດ​ຈຸ​ບັນ, ສະ​ຖາ​ນະ​ການ​ຕາ​ເວັນ​ອອກ​ກາງ​ສັບ​ສົນຫຼາຍ. ສົງ​ຄາມ​ກາງ​ເມືອງ​ຊີ​ຣີ, ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັ​ສ​ຕິນ​ກັບ​ອິດ​ສະ​ລາ​ແອນ, ສົງ​ຄາມ​ຢູ່​ເຢ​ແມນ ແລະ ຄວາມ​ຂັດ​ແຍ້ງ​ກັນ​ກ່ຽວ​ກັບ​ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຢ່າງ​ໜັກ​ໜ່ວງ. ໃນ​ຖາ​ນະ​ເປັນ​ເພື່ອນ​ມິດ​ຂອງ​ປະ​ເທດ​ຕາ​ເວັນ​ອອກ​ກາງ, ຈີນ​ຫວັງ​ໃຫ້​ປະ​ເທດ​ໃນ​ພາກ​ພື້ນ​ຈົ່ງ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ຜ່ານ​ການ​ສົນ​ທະ​ນາ​ທາງ​ການ​ເມືອງ ເພື່ອ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ແບບນອງ​ເລືອດ​ໂດຍ​ໄວ ແລະ ບັນ​ລຸ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ຈີນ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ເພື່ອ​ໃຫ້​ແກ້​ໄຂ​ບັນ​ຫາ​​ທີ່​ກ່ຽວ​ຂ້ອງ​ຢ່າງ​ເໝາະ​ສົມ​ໂດຍ​ໄວ.

    ທ່ານ ອາ​ກິວ ໄດ້​ຕີ​ລາ​ຄາ​​ສູງ​ຕໍ່​ຈີນ​ທີ່​ໄດ້​ມີຫຼັກ​ໝັ້ນ​ທີ່​ຍຸ​ຕິ​ທຳ, ທ່ຽງ​ທຳ ແລະ​ບໍ່​ສະ​ແຫວງຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວໃນ​ບັນ​ຫາ​ຕາ​ເວັນ​ອອກ​ກາງ ແລະ ກ່າວ​ວ່າ, ຫວັງ​ວ່າ​ຈີນ​ຈະ​ນຳ​ໃຊ້​ອິດ​ທິ​ພົນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ສາ​ກົນ ແລະ ທ່າ​ແຮງ​ພິ​ເສດ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ກັບ​ປະ​ເທດ​ໃນ​ພາກ​ພື້ນ ເພື່ອ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ໃຫຍ່ກວ່າ​ເກົ່າ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ.