ເປີດ​ຊຸດ​ອົບ​ຮົມ​ທ່ານ​ໝໍ​ໂຮງ​ໝໍຫຼວງ​ພະ​ບາງ​ຢູ່​ນະ​ຄອນ​ຄຸນ​ມິງ
  2018-05-07 16:22:00  cri
    ພິ​ທີເປີດ​ຊຸດ​ອົບ​ຮົມ​ທ່ານ​ໝໍ​ໂຮງ​ໝໍຫຼວງ​ພະ​ບາງຂອງ​ລາວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງແຂວງ​ຢູນ​ນານ ສ​ປ ຈີນ​ໃນ​ຫວ່າງ​ກ່ອນນີ້​ບໍ່​ດົນ.

    ຊຸດ​ອົບ​ຮົມ​ດັ່ງ​ກ່າວ ໄດ້​ຈັດ​ໃຫ້​ທ່ານ​ໝໍ​ຜູ້​ເປັນຫຼັກ​ແຫຼ່ງ​ຂອງ​ໂຮງ​ໝໍຫຼວງ​ພະ​ບາງ ໄປ​ຍົກ​ລະ​ດັບ​ຢູ່​ໂຮງ​ໝໍ​ປະ​ຊາ​ຊົນ​ເລກ​ໜຶ່ງ​ແຂວງ​ຢູ​ນ​ນານ​ເປັນ​ເວ​ລາ 3 ເດືອນ​ເຊິ່​ງ​​ຈະ​ໄດ້​ອົບ​ຮົມຫຼາຍ​ຢ່າງ​ຄື: ການ​ຜ່າ​ຕັດ​ແກ່ນ​ຕາ​ຂຸ້ນ, ການ​ນຳ​ໃຊ້​ແລະ​ກວດ​ກາ​ດ້ວຍ​ກ້ອງ​ສ່ອງ​ກະ​ເພາະ​ອາ​ຫານ, ການ​ບົ່ງ​ມະ​ຕິ​ພະ​ຍາດ​ດ້ວຍອຸ​ຕ​ຣາ​ຊໍ​ນິກ B ແລະ​ອື່ນໆ, ທັງ​ມີ​ການ​ບັນ​ຍາຍ​ຄວາມ​ຮູ້​ແພດ​ສາດ, ການ​ລ​ອກແບບຝີ​ມື​ຕ່າງໆ, ການ​ປຶກ​ສາ​ຫາ​ລື​ອາ​ການຄົນ​ເຈັບຈາກຫຼາຍ​ພະ​ແນກ, ວິ​ທີ​ຕິດ​ຕໍ່​ພົວ​ພັນ​ກັບ​ຄົນ​ເຈັບ ແລະ​ອື່ນໆ.

    ທ່ານ ​ທອງ​ເພັດ ຜູ້​ຕາງ​ໜ້າ​ໂຮງ​ໝໍຫຼວງ​ພະ​ບາງ​ກ່າວ​ວ່າ, ຫວັງ​ວ່າ​ຈະ​ສາ​ມາດ​ນຳ​ເອົາ​ເຕັກ​ນິກ​ຂອງ​ໂຮງ​ໝໍ​ປະ​ຊາ​ຊົນ​​ເລກ​ໜຶ່ງ​ແຂວງ​ຢູນ​ນານ​ກັບ​ຄືນ​ສູ່​ລາວ ເພື່ອ​ໃຫ້​ປະ​ຊາ​ຊົນ​ລາວ​ຊົມ​ໃຊ້​ເຕັກ​ນິກ​ການ​ແພດ​ທີ່​ດີກວ່າ​ເກົ່າ, ພ້ອມ​ກັນ​ນັ້ນ, ຍັງ​ຫວັງ​ຢາກ​​ຖອດ​ຖອນ​ບົດ​ຮຽນ​ດ້ານ​ລະ​ບຽບ​ການ​ຄຸ້ມ​ຄອງ​ຂອງ​ໂຮງ​ໝໍ​ປະ​ຊາ​ຊົນ​ເລກໜຶ່ງ​ຢູນ​ນານ ແລ້ວ​ຍົກ​ລະ​ດັບ​ການ​ບໍ​ລິ​ການ​ຂອງ​ໂຮງ​ໝໍຫຼວງ​ພະ​ບາງ​ໃຫ້​ສູງ​ຂຶ້ນ.