ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອິນ​ໂດ​ເນ​ເຊຍ​ມີ​ໂອ​ກາ​ກາດ​ການ​ຄ້າ​ໃໝ່​ຢ່າງຫຼວງຫຼາຍ
  2018-05-08 10:54:50  cri

CRIລາຍ​ງານ​ວ່າ: ວັນ​ທີ 6 ພຶດ​ສະ​ພາ​ນີ້, ທ່ານຫຼີ​ເຄີ້​ສຽງ​ໄດ້​ເດີນ​ທາງ​ເຖິງ​ນະ​ຄອນຫຼວງ​ຈາ​ກາ​ຕາເພື່ອ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ຢ່ງ​ເປັນ​ທາງ​ການ. ໃນ​ໄລ​ຍະ​ຢ້ຽມ​ຢາມ, ສອງ​ຝ່າຍ​ຈະ​ເຊັນ​ສັນ​ຍາ​ຮ່ວມ​ມືຫຼາຍ​ສະ​ບັບໃນຫຼາຍ​ຂົງ​ເຂດ​ເປັນ​ຕົ້ນ ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ,ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ,ການ​ຮ່​ວມ​ມື​ດ້ານ​ກະ​ສິ​ກຳ​ແລະ​ອື່ນໆ. ທ່ານ​ສີ​ວ໌ນິງ​ນິງ ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ພາ​ມົນ​ຕີ​ການ​ຄ້າ​ຈີນ-ອາ​ຊຽນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ  CRI ໃນ​ວັນ​ທີ 7 ພຶດ​ສະ​ພາ​ນີ້​ວ່າ: ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ເປັນ​ການ​ຮັດ​ແໜ້ນ​ແລະ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ ແລະ​ຈະ​ນຳ​ເອົາ​ໂອ​ກາດ​ການ​ຄ້າ​ໃໝ່​ຈຳ​ນວນຫຼວງຫຼາຍໃຫ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ.

ທ່ານສີ​ວ໌​ນິງ​ນິງ​ກ່າວ​ວ່າ: ໂຄງ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ຕ່າງໆ​ເປັນ​ຕົ້ນ ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດຸງ​ກຳ​ລັງ​ໄດ້​ຮັບ​ການ​​ປະ​ຕິ​ບັດ​ເປັນ​ຢ່າງ​ດີ, ​ກຳ​ລັງ​ຂັບ​ເຄື່ອນການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​​ຂົງ​ເຂດພື້ນ​ຖານ​ໂຄງ​ລ່າງ,ກຳ​ລັງ​ການ​ຜະ​ລິດ,ເສດ​ຖະ​ກິດ​ດີ​ຈີ​ຕອນ​ແລະ​ອື່ນໆ​ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ທ່ານສີ​ວ໌​ນິງ​ນິງ​ເຫັນ​ວ່າ: ​ຂະ​ແໜງ​ການ​ຕ່າງໆ​ຂອງຈີນ​ແລະ​ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ຊ່ວຍ​ຊູ​ຍູ້​ໜູນ​ກັນຫຼາຍ,  ຍຸດ​ທະ​ສາດ "ຈີນ​ຜະ​ລິດ 2025" ກັບ​ແຜນ​ທີ່​ເສັ້ນ​ທາງ​ອຸດ​ສາ​ຫະ​ກຳ 4.0 ຂອງ​ອິນ​ໂດ​ເນ​ເຊຍ​ຄວນ​ເຊື່ອມ​ຕໍ່​ກັນ​ຢ່າງ​ຕັ້ງ​ໜ້າ ເຊິ່ງ​ເປັນ​ຜົນ​ດີ​ຕໍ່​ການ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ​ຂອງ​ອິນ​ໂດ​ເນ​ເຊຍ.

ທ່ານສີ​ວ໌ນິງ​ນິງ​ກ່າວ​ຕື່ມ​ວ່າ: ອິນ​ໂດ​ເນ​ເຊຍ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ສິດ​ທິ​ພິ​ເສດ​ຕໍ່​ການ​ລົງ​ທຶນ​ໃນ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ​ນ້ຳ​ມັນ​ເຊື້ອ​ໄຟ,ອາຍ​ແກັ​ສ​ທຳ​ມະ​ຊາດ,ຢາ​ປົວ​ພະ​ຍາດ, ໂທ​ລະ​ຄົມ,ອຸ​ປະ​ກອນ​ການ​ແພດ,ທາງ​ລົດ​ໄຟ​ແລະ​ພື້ນ​ຖານ​ໂຄງ​ລ່າງ, ເຊິ່ງ​ເປັນ​ຜົນ​ດີ​ຕໍ່​ການ​ດຶງ​ດູດ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ອິນ​ໂດ​ເນ​ເຊຍ.