ທ່ານ​ປູ​ຕິນສາບານ​ຕົວດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີຣັດ​ເຊຍ​ອີກ​ວາລະ​ໜຶ່ງ
  2018-05-08 17:26:20  cri
ວັນ​ທີ 7 ພຶດສະພາ​ນີ້, ທ່ານ​ປູ​ຕິນ​ໄດ້​ສາບານ​ຕົວ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍ​​ດີຣັດ​ເຊຍ​ອີກ​ວາລະ​ໜຶ່ງ​ຢູ່​ພາລາຊະ​ວັງ​ແກຼມ​ແລງ ​​​ເຊິ່ງ​ເປັນ​ວາລະ​ທີ​ສີ່​ຂອງ​ທ່ານ​ທີ່​ດຳລົງ​ຕຳ​ແໜ່​ງເປັນ​ປະທານາທິບໍ​ດີຣັດ​ເຊຍ. ຕອນ​ທ່ຽງ​ມື້​ດຽວ​ກັນ, ທ່ານ​ປູ​ຕິນ​ໄດ້​ສາບານ​ຕົວ​ຕໍ່​ລັດຖະທຳ​ມະ​ນູນຣັດ​ເຊຍ. ​​ແລະ​ທ່ານ​ວາ​ເລີຣີ ​ໂຊກີ​ນ ປະທານ​ສານ​ລັດຖະທຳ​ມະນູນຣັດ​ເຊຍ​ໄດ້​ມອບ​ກາ​ໝາຍ​ທີ່​​ເປັນສັນຍາ​ລັກ​ແຫ່ງ​ສິດ​ອຳນາດ​ຂອງ​ປະທານາທິບໍດີຣັດ​ເຊຍ​ໃຫ້​ທ່ານ​ປູ​ຕິນ ​ແລະ​ປະກາດ​ວ່າ ທ່ານ​ປູ​ຕິນກາຍ​ເປັນ​ປະທານາທິບໍດີຣັດ​ເຊຍອີກ​ວາລະ​ໜຶ່ງ​ຢ່າງ​ເປັນ​ທາງ​ການ. ພາຍຫຼັງ​ພິທີ​ສິ້ນ​ສຸດ​ລົງ, ທ່ານ​ປູ​ຕິນ​ໄດ້​ຮັບ​ "ກະ​ເປົາ​​ນິວ​ເຄຼຍ" ທີ່​​ເປັນສັນຍາ​ລັກ​ກຳລັງ​ນິວ​ເຄຼຍທາງ​ຍຸດ​ທະ​ສາດຂອງຣັດ​ເຊຍ​ພາຍ​ໃຕ້​ການ​ເປັນສັກຂີ​ພະຍານ​ຂອງ​ທ່ານ​ເສີ​ເກ ຊອຍ ລັດຖະ​​ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ.
ຕາມ​ລັດຖະທຳ​ມະ​ນູນຣັດ​ເຊຍ, ປະທາ​ນາ​ທິບໍດີ​ແມ່ນ​ປະມຸກ​ລັດ​ຂອງ​ຊາດ ​ແລະກໍ​ຄື ຜູ້ນຳ​ສູງ​ສຸດ​ຂອງ​ກຳລັງ​ປະກອບ​ອາວຸດອີກ​ດ້ວຍ.