​ເຈົ້າ​ໜ້າ​ທີ່ທະຫານ​ນີ​ເຊ​ຣີີສາມາດຊ່ວຍ​ເຫຼືອ​ຕົວ​ປະກັນ 1000 ຄົນ​​ໃຫ້​ພົ້ນຈາກກຸ່ມ​ກໍ່​ການ​ຮ້າຍ Boko Haram

  2018-05-08 17:27:20  cri
ວັນ​ທີ 7 ພຶດສະພາ​ນີ້, ​​ເຈົ້າ​ໜ້າ​ທີ່ທະຫານ​ນີ​ເຊ​ຣີເປີດ​ເຜີຍ​ວ່າ: ມໍ່ໆ​ນີ້, ທະຫານ​ນີ​ເຊ​ຣີ​ໄດ້​ປະຕິບັດ​ການ​ຊ່ວຍ​ເຫຼືອ​ຕົວ​ປະກັນ​ປະມານ 1000 ຄົນ​ຈາກ​ກຸ່ມ​ກໍ່​ການ​ຮ້າຍ Boko Haramຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ລັດ​ບໍ​ໂນ​ຫຼາຍ​ຄັ້ງ.
​ໂຄສົກ​ເຈົ້າ​ໜ້າ​ທີ່​ທະຫານ​ນີ​ເຊຣີ​ບໍ່​​ໄດ້ເປີດ​ເຜີຍ​ເວລາ​ຂອງ​ການ​ຊ່ວຍ​ເຫຼືອ, ​ແຕ່​ວ່າການ​ກະທຳ​ດັ່ງກ່າວ​ແມ່ນ​ປະຕິບັດ​ຮ່ວມ​ກັນ​ໂດຍ​ກອງທັບ​ກາ​ເມີ​ຣູນ, ຈາດ, ນີ​ເຊ ​ແລະ​ນີ​ເຊຣີ.