ທ່ານ​ຫຼີ​ເຄີ້ສຽງຊົມ​ເຊີຍ​ ​ແລະ​ອວຍພອນ​ທ່ານ​ເມັດ​ເວ​ເດີ​ຟທີ່​ໄດ້​ດຳລົງ​ຕຳ​​ແໜ່​ງ​ເປັນ​ນາຍົກລັດຖະມົນຕີຣັດ​ເຊຍ​ອີກ​ວາລະ​ໜຶ່ງ
  2018-05-09 16:45:43  cri
ວັນ​ທີ 8 ພຶດສະພາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ ​ແລະ​ອວຍພອນ​ທ່ານ​ດີ​ມີ​ຕຼີ ​ເມັດ​ເວ​ເດັຟທີ່​​ທ່ານ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີຣັດ​ເຊຍ​ອີກວາລະ​ໜຶ່ງ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ສາຍ​ພົວພັນ​ຄູ່​ຮ່ວມ​ປະສານ​ງານ​ທາງຍຸດ​ທະ​ສາດ​ຮອບດ້ານ​ຈີນ-ຣັດ​ເຊຍ​​ໄດ້ຮັກສາ​ກາ​ນພັດທະນາ​​ໃນລະດັບ​ສູງ​ຢ່າງ​ຕໍ່​ເນື່ອງ, ການ​ຮ່ວມ​ມື​ທີ່​ແທ້​ຈິງ​ທາງ​ດ້ານ​ເສດຖະກິດ-ການ​ຄ້າ, ການ​ລົງທຶນ, ພະລັງງານ, ກະສິກຳ, ທາງ​ອາກາດ ​ແລະອາ​ວະ​ກາດ, ວັດທະນະທຳ​, ລະຫວ່າງ​ເຂດ​ແຄ້ວນ ​ແລະ​ອື່ນໆ​ມີ​ຄວາມ​ກ້າວໜ້າ​ຢ່າງ​ໝັ້ນ​ທ່ຽງ ​ເຊິ່ງ​ເປັນ​ການສົ່ງ​ເສີມ​ການ​ພັດທະນາ​ຈະ​ເລີ​ນ​ຮ່ວມ​ກັນ​ຂອງ​ສອງ​ຊາດ. ​ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ຮ່ວມ​ກັບ​ທ່ານ​​ເມັດ​ເວ​ເດັຟປະກອບສ່ວນ​ໃໝ່​​ໃນ​ການ​ຍົກ​ສູງ​ລະດັບ​ສາຍ​ພົວພັນ​ສອງ​ປະ​ເທດ ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ໃ​ນ​ຂົງ​ເຂດ​ຕ່າງໆ.