​ອາ​ຊຽນຕັ້ງ​ໜ້າ​ເຂົ້າຮ່ວມ​ງານ​ວາງ​ສະ​ແດງການ​ນຳ​ເຂົ້າ​ສາກົນ​ຈີ​ນຄັ້ງ​ທຳ​ອິດ
  2018-05-09 16:47:40  cri
​ແຫຼ່ງຂ່າວ​ຈາກ​ຝ່າຍ​ຈັດ​ງານ​ວາງສະ​ແດງ​ການ​ນຳ​ເຂົ້າ​ສາກົນ​ຈີນ​ໃຫ້​ຮູ້​ໃນວັນທີ 8 ພຶ​ດສະພາ​ນີ້ວ່າ 1​0 ປະ​ເທດ​​ອາຊຽນຈະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທຳ​ອິດ.
ປັດຈຸບັນ​ນີ້, ມີ 15 ອົງການ ​ແລະ​ບໍລິສັດ​ຕ່າງໆຈາກ 10 ປະ​ເທດ​ອາ​ຊຽນ​ໄດ້​ຕົກລົງ​ເຂົ້າ​ຮ່ວມ. ​ໃນ​ນັ້ນ ມີ​ອົງການ​ລັດ​ຖະບານ ຄື: ກະຊວງ​ອຸດ​ສາ​ຫະກຳ​ ​ແລະການ​ຄ້າ​ຫວຽດນາມ, ກະຊວງ​ອຸດ​ສາ​ຫະກຳ​ ​ແລະການ​ຄ້າ​ລາວ, ກະຊວງ​ການ​ຄ້າ ​ແລະ​ອຸດສາຫະກຳ​ຟິລິບ​ປິນ, ກະຊວງ​ການ​ຄ້າ​ກຳ​ປູ​ເຈຍ, ກະຊວງ​ການ​ຕ່າງປະ​ເທດ ​ແລະ​ການ​ຄ້າ​ບຣູ​ໄນ ​ແລະ​ອື່ນໆ, ນອກ​ນີ້ຍັງ​ມີ​ວິສະພາອຸດສາຫະກຳ​ການ​ຄ້າ​ສິງກະ​ໂປ, ສະພາ​ອຸດສາຫະກຳ​ ​ແລະການ​ຄ້າ​ອິນ​ໂດ​ເນ​ເຊຍ, ສະພາອຸດສາຫະກຳ​ ​ແລະການ​ຄ້າ​ມຽນມາ ​ແລະ​ອື່ນໆ.​ໃນງານ​ວາງ​ສະ​ແດງຄັ້ງ​ນີ້​ຈະ​ມີ​ຜະລິດ​ຕະພັນ​ເຄື່ອງ​ອຸປະ​ໂພ​ກ ​ແລະ​ບໍລິ​ໂພ​ກມາ​ວາງສະ​ແດງ​ ເຊັ່ນ: ອາຫານ​ການ​ກິນ, ຜະລິດ​ຕະພັນ​ກະສິກຳ, ສິນຄ້າ​ໃຊ້​ສອຍປະຈຳ​ວັນ ​ແລະ​ອື່ນໆ. ນອກຈາກ​ນີ້, ວິ​ສາ​ຫະກິດ​ມາ​ເລ​ເຊຍ ​ແລະ​ກຳ​ປູ​ເຈຍ​ຍັງ​ຈະ​ເຂົ້າ​ຮ່ວມ​ເຂດ​ງານ​ວາງສະ​ແດງ​ຫຸ່ນ​ຍົນ ​ແລະ​ການ​ແພດອີກ​ດ້ວຍ.