ຕູ້​ລົດ​ໄຟ​ຮັກ​ສາ​ຄວາມ​ເຢັນ​ຊ່ວຍ​ຂາຍ​ໝາກ​ໄມ້​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້​ໄປ​ສູ່​ຈີນ
  2018-05-09 11:14:25  cri
    ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນສາ​ຂາ​ຄຸນ​ມິງຈຳ​ກັດ​ໃຫ້​ຮູ້​ໃນ​ວັນ​ທີ 8 ພຶດ​ສະ​ພານີ້​ວ່າ, ຫວ່າງມໍ່ໆ​ມານີ້, ທາງ​ລົດ​ໄຟ​ສາ​ກົນ​ຈີນ-ຫວຽດ​ນາມ​ໄດ້​ແລ່ນ​ລົດ​ໄຟ​ຮັກ​ສາ​ຄວາມ​ເຢັນ ເພື່ອ​ສົ່ງ​ໝາກ​ໄມ້​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ເຊັ່ນ​ຫວຽດ​ນາມ, ລາວ ແລະ​ກຳ​ປູ​ເຈຍ​ເປັນ​ຕົ້ນ​ໄປ​ຂາຍ​ຢູ່​ຈີນ.

    ຕອນ​ຮຸ່ງ​ເຊົ້າ​ເວ​ລາ 1 ໂມງ​ຂອງວັນ​ທີ 7 ພຶດ​ສະ​ພານີ້, ໝາກ​ມັງ​ກອນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ 7960 ​ແກັດ​ຢູ່​ໃນ​ຕູ້​ລົດ​ໄຟ​ຮັກ​ສາ​ຄວາມ​ເຢັນ 9 ຕູ້ ໄດ້​ແລ່ນ​ອອກ​ຈາກ​ສະ​ຖາ​ນີ​ເຮີ​ໂຂ​ເໜືອ​ແຂວງ​ຢູນ​ນານ​ຂອງ​ທາງ​ລົດ​ໄຟ​ຄຸນ​ມິງ-ຢີ້​ຊີ່-ເຮີ​ໂຂ ເຊິ່ງ​ເປັນ​ທາງ​ລົດ​ໄຟ​ສາ​ກົນ​ຈີນ-ຫວຽດ​ນາມ ເພື່ອ​ໄປ​ສູ່​ເຂດ​ໃນ​ຂອງ​ຈີນ.

    ນີ້​ແມ່ນ​ລົດ​ໄຟ​ຮັກ​ສາ​ຄວາມ​ເຢັນ​ຂະ​ບວນ​ທຳ​ອິດ​ທີ່​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຢູນ​ນານ​ເປີດ​ບໍ​ລິ​ການ​ລະ​ຫວ່າງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ຈີນ. ພາຍ​ໃນ 5 ມື້​ຕໍ່​ໄປ, ໝາກ​ມັງ​ກອນ​ 7930 ​ແກັດເຫຼົ່າ​ນີ້ ຈະ​​ປ້ອນ​ຕະຫຼາດ​ນະ​ຄອນ​ຊາງ​ຊ່າ, ເຈີ້ງໂຈ່ວ, ນະ​ຄອນຫຼວງ​ປັກ​ກິ່ງ ແລະ​ແຫ່ງ​ອື່ນໆ.