ນາ​ຍົກ​ຈີນ​ກ່າວ​ວ່າ​ຈະ​ເລັ່ງ​ຊຸກ​ຍູ້ FTA ແລະ RCEP
  2018-05-09 15:03:06  cri
    ຕອນ​ເຊົ້າ​ວັນ​ທີ 9 ພຶດ​ສະ​ພານີ້, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ​ໄດ້​ກ່າວ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ຈີນ-ຍີ່​ປຸ່ນ-ສ.ເກົາຫຼີ​ວ່າ, ການ​ພັດ​ທະ​ນາ​ຂອງຈີນ-ຍີ່​ປຸ່ນ-ສ.ເກົາຫຼີ ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຄ້າ​ເສ​ລີ ແລະ​ລ້ວນ​ແຕ່​ມີ​ຄວາມ​ເຫັນ​ໃຫ້​ດຳ​ເນີນ​ການ​ຄ້າ​ເສ​ລີ. ພາຍ​ໃຕ້​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ, ຈີນ-ຍີ່​ປຸ່ນ-ສ.ເກົາຫຼີ ຍິ່ງ​ຄວນ​ຢູ່​ຮ່ວມ​ກັນ​ຢ່າງ​ເດັດ​ດ່ຽວ​ເພື່ອ​ປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າ​ເສ​ລີຫຼາຍ​ຝ່າຍ​ບົນ​ພື້ນ​ຖານ​ກະ​ຕິ​ກາ, ແລະ​ຄັດ​ຄ້ານ​ການ​ກະ​ທຳ​ລັດ​ທິ​ປົກ​ປ້ອງ​ແລະ​ລັດ​ທິ​ຝ່າຍ​ດຽວ​ຢ່າງ​ຈະ​ແຈ້ງ. ຂະ​ນະ​ດຽວ​ກັນ, ຍັງ​ຕ້ອງ​ຍົກ​ລະ​ດັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເສດ​ຖະ​ກິດ​ໃນ​ພາກ​ພື້​ນ​ໃຫ້​ສູງ​ຂຶ້ນ, ​ເລັ່ງ​ຂະ​ບວນ​ການ​ເຈ​ລະ​ຈາ​ເຂດ​ການ​ຄ້າ​ເສ​ລີຈີນ-ຍີ່​ປຸ່ນ-ສ.ເກົາຫຼີ, ຊຸກ​ຍູ້​ໃຫ້​ບັນ​ລຸ​ການ​ເຊັນ​ "ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ" ຫຼື RCEP ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ນຳ​ພາ ແລະ ຊຸກ​ຍູ້​ການ​ວາງ​ແຜນ​ການ​ປະ​ຊາ​ຄົມ​ຮ່ວມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ.