IAEAຢືນ​ຢັນ​ວ່າ​ອີ​ຣານ​ໄດ້​ປະ​ຕິ​ບັດສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ​ຕາມ​ຄວາມ​ຮຽ​ກ​ຮ້ອງ​ມາ​ໂດຍ​ຕະຫຼອດ
  2018-05-10 10:26:06  cri
ວັນ​ທີ 9 ພຶດ​ສ​ະ​ພາ​ນີ້, ທ່ານ​ຢູ​​ກິ​ຢະ ອາ​ມາ​ໂນະ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນຫຼືIAEA​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ອົງ​ການ​ຕົນເຊື່ອ​ໝັ້ນວ່າ ອີ​ຣານ​ໄດ້​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ​ຕາມ​ຄວາມ​ຮຽ​ກ​ຮ້ອງມາ​ໂດຍ​ຕະຫຼອດ ແລະຈະ​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ຕໍ່​ສະ​ພາບ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ.

ຖະ​ແຫຼງ​ການ​ຂອງ​ທ່ານ​ຢູ​​ກິ​ຢະ ອາ​ມາ​ໂນະລະ​ບຸ​ວ່າ: ຕາມ​ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ​ທີ່​ບັນ​ດາ​ຝ່າຍ​ໄດ້​ເຊັນ​ກັນໃນ​ເດືອນ​ກໍ​ລະ​ກົດ 2015, ອີ​ຣານ​ກຳ​ລັງ​​ຍອມ​ຮັບການກວດ​ກາ​ຢ່າງ​ເຂັ້ມ​ງວດ​ຈາກ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ແລະ​ມ​າ​ຮອດ​ປັດ​ຈຸ​ບັນ, ອົງ​ການ​ຕົນ​ກໍ​ເຊື່ອ​ໝັ້ນ​ວ່າ ອີ​ຣານ​ໄດ້​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ​ຕາມ​ຄວາມ​ຮຽ​ກ​ຮ້ອງມາ​ໂດຍ​ຕະຫຼອດ.

ທ່ານ​ຢູ​​ກິ​ຢະ ອາ​ມາ​ໂນະ​ກ່າວ​ຕື່ມ​ວ່າ: ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ຈະ​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ຕໍ່​ສະ​ພາບ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ.

ວັນ​ທີ 8 ພຶດ​ສ​ະ​ພາ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ປະ​ກາດ​ວ່າ: ອາ​ເມ​ລິ​ກາ​ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ ແລະ​ປະ​ຕິ​ບັດ​ມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ​ຄືນ​ໃໝ່ ເຊິ່ງ​ມາດ​ຕະ​ການເຫຼົ່າ​ນີ້​ໄດ້​ຖືກ​ຍົກ​ເວັ້ນ​ໃນ​ການ​ນຳໃຊ້​ກັບ​ອີ​ຣານຍ້ອນ​ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ.