ຜູ້​ນຳ​ມຽນ​ມາ​ຕ້ອນ​ຮັບ​ທີ່​ປຶກ​ສາ​ແຫ່ງ​ລັດທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ
  2018-05-10 10:54:16  cri

ວັນ​ທີ 9 ພຶດ​ສະ​ພາ​ນີ້​ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ, ທ່ານ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ, ທ່ານ​ນາງ​ອ໋ອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ຕ່າງ​ກໍ​ໄດ້​ພົບ​ປະ​ກັບ​ທ່ານ​ຈ້າວ​ເຄີ້​ຈື້ ທີ່​ປຶ​ກ​ສາ​ແຫ່ງ​ລັດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ.

ທ່ານ​ຈ້າວ​ເຄີ້​ຈື້​ຢືນ​ຢັນ​ວ່າ: ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ມຽນ​ມາ ແລະ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ມຽນ​ມາ​ໃນ​ການ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຊາດ, ​ຈີນຍິນ​ດີ​ຮ່ວມ​ກັບ​ມຽນ​ມາ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ຜູ້​ນຳ​ສອງ​ປະ​ເທດ​ຕົກ​ລົງ​ຮ່ວມ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ມຽນ​ມາໃຫ້​ຂະ​ຫຍາຍ​ຕົວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.
 ທ່ານ​ວິນ​ມິນ​ແລະ​ທ່ານ​ນາງ​ອ໋ອງ​ຊານ​ຊູ​ຈີ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ແລະ​ລັດ​ຖະ​ບານ​ຈີນ​ທີ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ສາຍ​ພົວ​ພັນ​ມຽນ​ມາ-ຈີນ​ແລະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ອັນ​ປະ​ເສີດ​ຕໍ່​ຂະ​ບວນ​ການ​ສັນ​ຕິ​ພາບ​ມຽນ​ມາ​ກໍ​ຄື​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ມຽນ​ມາ ແລະ​ຫວັງ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ກໍ່​ສ້າງ​ໂຄງ​ການ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ເຊັ່ນ ແລວ​ເສດ​ຖະ​ກິດ​ມຽນ​ມາ-ຈີນ​ແລະ​ອື່ນໆ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຕື່ມ​ອີກ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຊຸກ​ຍູ້​ສາຍ​ພົວ​ພັນ​ມຽນ​ມາ-ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ວັນ​ດຽວ​ກັນ,ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ, ທ່ານ​ຈ້າວ​ເຄີ້​ຈື້​ຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ມິນອອງ​ໄລ ຜູ້​ບັນ​ຊາ​ການ​ໃຫຍ່ກອງ​ທັບ​ປ້ອງ​ກັນ​ຊາດ​ມຽນ​ມາ​ອີກ​ດ້ວຍ.

1  2  3